ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 132 ໄດ້ສິ້ນສຸດລົງຢ່າງຈົບງາມ

2023-08-27 15:01:41 cri

 

ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກອງລາດຕະເວນທາງນ້ຳພະແນກປ້ອງກັນຄວາມສະຫງົບຂອງແຂວງຢຸນນານຈີນວ່າ: ໃນເວລາ 10 ໂມງຂອງວັນທີ 25 ສິງຫານີ້, ຄຽງຄູ່ກັບກຳປັ່ນລາດຕະເວນເພື່ອປະຕິບັດກົດໝາຍຈີນຄ່ອຍໆຈອດຢູ່ທ່າເຮືອຈິງຮາກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 132 ໄດ້ສິ້ນສຸດລົງຢ່າງຈົບງາມ.

 

ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນໄປເປັນເວລາ 4 ວັນ 3 ຄືນ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດລວມສົ່ງກຳປັ່ນປະຕິບັດກົດໝາຍ 6 ລຳ, ຜູ້ປະຕິບັດກົດໝາຍ 148 ຄົນ, ໄດ້ເດີນເຮືອທັງໝົດຫຼາຍກວ່າ 700 ກິໂລແມັດ.