ຍີ່ປຸ່ນກໍ່ໂທດກຳຢ່າງໜັກໜ່ວງອີກຄັ້ງໃໝ່ຕໍ່ມວນມະນຸດ

2023-08-28 11:28:13 cri

ຍີ່ປຸ່ນເປັນປະເທດໜຶ່ງ ທີ່ເຄີຍກໍ່ໂທດກຳອັນລົ້ນຟ້າເຫຼືອແຜ່ນດິນຕໍ່ບັນດາປະເທດໃນອາຊີກໍຄືໃນໂລກ.


ໃນໄລຍະສົງຄາມໂລກຄັ້ງທີ 2 ໃນ 80 ກວ່າປີກ່ອນ, ຍີ່ປຸ່ນໄດ້ກໍ່ສົງຄາມຮຸກຮານ, ໄດ້ທຳຮ້າຍປະຊາຊົນຈີນ ແລະ ຫຼາຍປະເທດໃນອາຊີນັບເປັນລ້ານຄົນ, ໄດ້ກໍ່ໂທດກຳຢ່າງໜັກໜ່ວງຕ່າງໆ ເຊັ່ນ: ການສັງຫານໝູ່ຢູ່ນະຄອນນານກິ່ງຂອງຈີນ, ສົງຄາມເຊື້ອໂຣກ, ການທົດລອງອາວຸດຊີວະເຄມີຂອງກອງທັບ 731 ແລະ ອື່ນໆ. ໂທດກຳເຫຼົ່ານີ້ຖືກປະຊາຄົມໂລກກ່າວປະນາມຢ່າງຮຸນແຮງ, ແຕ່ຍີ່ປຸ່ນພັດບໍ່ໄດ້ຍອມຮັບ ແລະ ຂໍອະໄພໂທດຕໍ່ໂທດກຳເຫຼົ່ານີ້ຢ່າງຈິງໃຈ, ພັດໄດ້ເວົ້າຍົກຍໍປໍປັ້ນ ແລະ ບິດເບືອນປະຫວັດສາດເລື້ອຍໆ ໂດຍມີເຈຕະນາລຶບລ້າງໂທດກຳຂອງຕົນ.


ຫຼາຍປີຜ່ານໄປແລ້ວ, ຍີ່ປຸ່ນໄດ້ກໍ່ໂທດກຳອັນລົ້ນຟ້າເຫຼືອແຜ່ນດິນອີກຄັ້ງໃໝ່ຕໍ່ມວນມະນຸດ.

ເດືອນເມສາປີ 2021, ລັດຖະບານຍີ່ປຸ່ນຕົກລົງປ່ອຍນ້ຳປົນເປື້ອນລັງສີນິວເຄລຍຫຼາຍກວ່າ 1,3 ລ້ານໂຕນ ທີ່ສະສົມຢູ່ໃນໂຮງໄຟຟ້ານິວເຄລຍເລກ 1 ຟຸຄຸຊິມະ ລົງສູ່ມະຫາສະມຸດປາຊີຟິກ. ນ້ຳປົນເປື້ອນລັງສີເຫຼົ່ານີ້ມີວັດຖຸລັງສີຢ່າງຫຼວງຫຼາຍ ເຊິ່ງເປັນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ລະບົບນິເວດຂອງທະເລ, ການປະມົງ, ຄວາມປອດໄພດ້ານອາຫານ ແລະ ສຸຂະພາບຂອງມະນຸດ. ເຖິງວ່າລັດຖະບານຍີ່ປຸ່ນກ່າວວ່າ, ພາຍຫຼັງໄດ້ຮັບການບົວລະບັດແລ້ວ, ນ້ຳປົນເປື້ອນລັງສີເຫຼົ່ານີ້ປອດໄພ, ແຕ່ນີ້ເປັນພຽງຂໍ້ອ້າງ ແລະ ຄວາມຫຼອກລວງເທົ່ານັ້ນ. ທີ່ຈິງແລ້ວ, ຍີ່ປຸ່ນເລືອກວິທີປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ ແມ່ນຍ້ອນວ່າ, ວິທີນີ້ເປັນວິທີທີ່ເສຍງົບປະມານໜ້ອຍທີ່ສຸດ ແລະ ເປັນວິທີທີ່ສະດວກສະບາຍທີ່ສຸດສຳລັບຍີ່ປຸ່ນ.


ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ຖືກປະຊາຄົມໂລກຄັດຄ້ານ ແລະ ປະທ້ວງຢ່າງຮຸນແຮງ. ຈີນ, ສ.ເກົາຫຼີ, ຣັດເຊຍ, ເຢຍລະມັນເປັນຕົ້ນ ລ້ວນແຕ່ໄດ້ສະແດງທ່າທີອັນເຄັ່ງຂຶມຕໍ່ເລື່ອງນີ້ ໂດຍທວງໃຫ້ຍີ່ປຸ່ນຍຸດຕິການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນທັນທີ ພ້ອມທັງແລກປ່ຽນ ແລະ ເປິກສາຫາລືກັບປະເທດ ແລະ ລັດຖະບານທີ່ໄດ້ຮັບຜົນກະທົບໂດຍກົງຢ່າງເຕັມທີ່. ຜູ້ຊ່ຽວຊານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດກໍຮຽກຮ້ອງໃຫ້ຍີ່ປຸ່ນຢ່າເບິ່ງຂ້າມພັນທະດ້ານສິດທິມະນຸດ ໃນຂະບວນການລຳຊະແກ້ໄຂສິ່ງເສດເຫຼືອດ້ານນິວເຄລຍ. ອົງການຈັດຕັ້ງ ແລະ ນັກວິທະຍາສາດໃນວົງການອະນຸລັກສິ່ງແວດລ້ອມ ກໍສະແດງຄວາມສົງໄສ ແລະ ຄວາມເປັນຫ່ວງຕໍ່ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ໂດຍຊີ້ອອກວ່າ, ນີ້ອາດຈະເຮັດໃຫ້ເກີດມີຜົນຮ້າຍຢ້ອນຫຼັງເປັນໄລຍະຍາວ ແລະ ກັບໄປແກ້ຄືນບໍ່ໄດ້. ແຕ່ວ່າ, ລັດຖະບານຍີ່ປຸ່ນພັດມີທ່າທີເສີຍເມີຍຕໍ່ເລື່ອງນີ້, ເຮັດຕາມລຳພັງແຕ່ຝ່າຍດຽວ, ຊຸກຍູ້ແຜນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ ໂດຍອີງໃສ່ການສະໜັບສະໜູນຈາກປະເທດສ່ວນໜ້ອຍ ເຊິ່ງລວມທັງອາເມຣິກາ ແລະ ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງເປັນທາງການ ນັບແຕ່ວັນທີ 24 ສິງຫາ 2023 ເປັນຕົ້ນໄປ.

ແຜນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຂອງຍີ່ປຸ່ນ ບໍ່ພຽງແຕ່ເປັນການກະທຳທີ່ຝືນກັບຂະບວນການພັດທະນາຂອງມວນມະນຸດ ແລະ ທຳມະຊາດເທົ່ານັ້ນ, ຫາກຍັງໄດ້ເປີດເຜີຍຄວາມເຫັນແກ່ຕົວ, ບໍ່ມີນ້ຳໃຈຮັບຜິດຊອບ ແລະ ບໍ່ເອົາຫົວຊາຕໍ່ກະຕິກາສາກົນຂອງລັດຖະບານຍີ່ປຸ່ນ ເຊິ່ງໄດ້ພິສູດໃຫ້ເຫັນວ່າ, ລັດຖະບານຍີ່ປຸ່ນບໍ່ໄດ້ສຳຫຼວດຄືນຕໍ່ໂທດກຳໃນສົງຄາມໂລກຄັ້ງທີ 2 ຂອງຕົນຢ່າງແທ້ຈິງຈັກເທື່ອ, ຫາກແມ່ນທຳຮ້າຍປະເທດອື່ນ ແລະ ຄົນອື່ນຢ່າງຮ້າຍແຮງກວ່າເກົ່າອີກ. ພວກເຮົາຈະບໍ່ສາມາດທົນເຫັນການກະທຳທີ່ສ້າງມົນລະພິດຕໍ່ທະເລ ແລະ ທຳລາຍຜົນປະໂຫຍດຮ່ວມຂອງມວນມະນຸດຢ່າງກຳເລີບເສີບສານຂອງຍີ່ປຸ່ນຕໍ່ໄປໄດ້. ພວກເຮົາຕ້ອງເດັດດ່ຽວຄັດຄ້ານແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ແລະ ທວງໃຫ້ຍີ່ປຸ່ນຍຸດຕິແຜນການດັ່ງກ່າວໃນທັນທີ ພ້ອມທັງນຳໃຊ້ວິທີແກ້ໄຂທີ່ປອດໄພກວ່າເກົ່າ ແລະ ສົມເຫດສົມຜົນກວ່າເກົ່າ. ພວກເຮົາກໍຕ້ອງມີສະຕິລະວັງຕົວຕໍ່ໂທດກຳຂອງຍີ່ປຸ່ນໃນປະຫວັດສາດ ກໍຄືໃນປັດຈຸບັນ ເພື່ອຫຼີກເວັ້ນບໍ່ໃຫ້ຍີ່ປຸ່ນກໍ່ໂທດກຳຕໍ່ອາຊີ ແລະ ຕໍ່ໂລກອີກຄັ້ງໃໝ່.