ຖ້ຽວບິນສາກົນປົກກະຕິຈາກນະຄອນນານນິງຈີນໄປສູ່ນະຄອນຫຼວງບັນດາຊີີີຣີເບກາວັນຂອງບຣູໄນໄດ້ເປີດຄືນໃໝ່ຢ່າງເປັນທາງການ

2023-08-29 11:40:57 cri

 

ວັນທີ 27 ສິງຫານີ້, ຖ້ຽວບິນສາກົນປົກກະຕິຈາກນະຄອນນານນິງຈີນໄປສູ່ນະຄອນຫຼວງບັນດາຊີີີຣີເບກາວັນຂອງບຣູໄນໄດ້ເປີດຄືນໃໝ່ຢ່າງເປັນທາງການ. ນີ້ແມ່ນຈຸດໝາຍປາຍທາງຟື້ນຟູຄືນໃໝ່ສາຍທີ 7 ໂດຍສະໜາມບິນນານນິງໄປສູ່ອາຊຽນ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຖ້ຽວບິນນີ້ໄດ້ບັນຈຸຜູ້ໂດຍສານ 150 ກວ່າຄົນ, ໃນນັ້ນ ມີ 30 ກວ່າຄົນແມ່ນນັກທ່ອງທ່ຽວ.

 

ຖ້ຽວບິນສາກົນປົກກະຕິຈາກນະຄອນນານນິງຈີນໄປສູ່ນະຄອນຫຼວງບັນດາຊີີີຣີເບກາວັນຂອງບຣູໄນແມ່ນດຳເນີນການບໍລິການໂດຍບໍລິສັດການບິນໂຣໂຢບຣູໄນ, ແຜນການຈະດຳເນີນການບິນ 1 ຖ້ຽວໄປກັບໃນທຸກວັນພຸດ ແລະວັນອາທິດ.