ໝີແພນດາ ຢີຢີ ແລະ ເຊີ່ງຢີ ຈະເດີນທາງຈາກມາເລເຊຍກັບຄືນຈີນ

2023-08-29 15:50:22 cri


ຕອນເຊົ້າວັນທີ 29 ສິງຫານີ້, ພິທີສົ່ງໝີແພນດາ ຢີຢີ ແລະ ເຊີ່ງຢີ ກັບຄືນປະເທດຊາດ ຈະຈັດຂຶ້ນຢູ່ຫໍໝີແພນດາໃນສວນສັດແຫ່ງຊາດມາເລເຊຍ. ໝີແພນດາສອງໂຕຈະຂີ່ຍົນກັບຄືນນະຄອນເຊີງຕູ່ແຂວງເສສວນຂອງຈີນໃນຕອນຄ່ຳມື້ດຽວກັນ.


ພໍ່ແມ່ຂອງໝີແພນດາ ຢີຢີ ແລະ ເຊີ່ງຢີ ແມ່ນຈີນໃຫ້ມນາເລເຊຍຢືມເຊົ່າໃນປີ2014,ນັບຕັ້ງແຕ່ມາຢູ່ມາເລເຊຍແລ້ວ ໝີແພນດາຄູ່ນີ້ໄດ້ເກີດລູກສາມໂຕ ໂດຍໄດ້ຮັບການຕ້ອນຮັບແລະຄວາມນິຍົມຊົມຊອບຈາກປະຊາຊົນມາເລເຊຍເປັນຢ່າງດີ.


ຊື່ຂອງໝີແພນດາ ຢີຢີ ແລະ ເຊີ່ງຢີ ແມ່ນສວນສັດແຫ່ງຊາດມາເລເຊຍຄັດເລືອກໄດ້ໃນການຮັບເອົາຊື່ຈາກທົ່ວສັງຄົມທ້ອງຖິ່ນ ໂດຍເປັນສັກຂີພິຍານໃຫ້ແກ່ມິດຕະພາບລະຫວ່າງມະເລເຊຍ-ຈີນທີ່ໝັ້ນຄົງຖາວອນ.