ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20ຈະຊຸກຍູ້ການພັດທະນາສີຂຽວດ້ານອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນ

2023-08-29 15:48:19 cri


   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20ຈະຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນລະຫວ່າງວັນທີ16-19ກັນຍາໜ້ານີ້. ງານວາງສະແດງຄັ້ງນີ້ຈະຈັດສັນເຂດວາງສະແດງວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນແບບອັດສະລິຍະ,ເພື່ອສ້າງເວທີສະດວກໃຫ້ແກ່ຈີນແລະອາຊຽນໃນການພັດທະນາອຸດສາຫະກຳແລະການຮ່ວມມືໃນຂົງເຂດວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນແບບອັດສະລິຍະ.


   ນອກນີ້ແລ້ວ,ງານວາງສະແດງຄັ້ງນີ້ຍັງຈະຈັດກອງປະຊຸມສຸດຍອດການພັດທະນາອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນສາກົນຈີນ-ອາຊຽນ,ເພື່ອຊອກຮູ້ວ່າພາຍໃຕ້ເບື້ອງຫຼັງ“ໜຶ່ງແລວໜຶ່ງເສັ້ນທາງ”,ເຮັດແນວໃດຈະສ້າງຮູບການພັດທະນາອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນຂອງຈີນທີ່ຫັນໜ້າສູ່ສາກົນ, ຊ່ວຍເຫຼືອຢ່າງຕໍ່ເນື່ອງເພື່ອໃຫ້ວິສາຫະກິດທຸລະກິດວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນຂອງຈີນແລະອາຊຽນຍິ່ງຫຼາຍຂຶ້ນໃຫ້ກຳແໜ້ນໂອກາດດ້ານການຕະຫຼາດ,ລົງເລິກການແລກປ່ຽນແລະຮ່ວມມືກັນ,ພ້ອມກັນຊຸກຍູ້ການພັດທະນາແບບຍືນຍົງ.