ຈີນ:ອາເມຣິກາຄວນເຄົາລົບຄວາມພະຍາຍາມທີ່ສ້າງຂຶ້ນໂດຍປະເທດໃນພາກພື້ນ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ຢ່າງແທ້ຈິງ

2023-08-29 10:47:35 CRI

    ວັນທີ 28 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ເວັບໄຊກະຊວງປ້ອງກັນປະເທດອາເມຣິກາລາຍງານວ່າ, ຖະແຫຼງການຮ່ວມການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ກັບ ອິນໂດເນເຊຍລະບຸວ່າ, ສອງປະເທດເປັນເອກະສັນກັນເຫັນວ່າ ເຈດຈຳນົງຂະຫຍາຍອານາເຂດຢູ່ທະເລຈີນໃຕ້ຂອງປະເທດຈີນແມ່ນບໍ່ສອດຄ່ອງກັບກົດໝາຍສາກົນທີ່ສະແດງໃຫ້ເຫັນໃນ “ສົນທິສັນຍາວ່າດ້ວຍກົດໝາຍທາງທະເລຂອງອົງການສະຫະປະຊາຊາດ”. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່່ອງນີ້?



    ທ່ານວ່າງເວີນປິ່ນກ່າວວ່າ: ພວກເຮົາສັງເກດເຫັນວ່າ: ບົດລາຍງານຂ່າວຂອງກະຊວງປ້ອງກັນປະເທດອິນໂດເນເຊຍບໍ່ມີເນື້ອໃນທີ່ກ່ຽວຂ້ອງ, ສະຖານທູດຈີນປະຈຳອິນໂດເນເຊຍໄດ້ຊອກຮູ້ສະພາບທີ່ກ່ຽວຂ້ອງກັບຝ່າຍອິນໂດເນເຊຍ ໂດຍໄດ້ຮັບຄຳຕອບວ່າ: ຂ່າວທີ່ອາເມຣິກາປະກາດນັ້ນແມ່ນບໍ່ສອດຄ່ອງກັບສະພາບຄວາມເປັນຈິງ. ການເກີດສະພາບຄືແນວນີ້ ກໍ່ບໍ່ແມ່ນເທື່ອທຳອິດ, ຂ້າພະເຈົ້າບໍ່ຮູ້ນີ້ແມ່ນຕົວຢ່າງການຕ່າງປະເທດແບບຂະໜາບຂົ່ມ, ການຕ່າງປະເທດແບບຫຼອກລວງ ຫຼື ການຕ່າງປະເທດແບບຍຸແຫຍ່ແບ່ງແຍກຂອງອາເມຣິກາຫຼືບໍ່?


    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຂ້າພະເຈົ້າຢາກເນັ້ນໜັກວ່າ, ອາເມຣິກາຄວນເຄົາລົບຄວາມພະຍາຍາມທີ່ສ້າງຂຶ້ນໂດຍປະເທດໃນພາກພື້ນ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ຢ່າງແທ້ຈິງ, ຍຸດຕິແຊກແຊງບັນຫາທະເລຈີນໃຕ້, ຢ່າເປັນຜູ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້.