ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ແມ່ນການທ້າທາຍຢ່າງເປີດແປນຕໍ່ລະບຽບການສາກົນ

2023-08-29 15:53:05 cri

ນັບແຕ່ວັນທີ 24 ສິງຫານີ້ເປັນຕົ້ນມາ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລຈົນໄດ້ ໂດຍບໍ່ເອົາຫົວຊາສຽງຄັດຄ້ານຢ່າງຮຸນແຮງຈາກປະຊາຄົມໂລກ ເຊິ່ງໄດ້ເຮັດໃຫ້ທົ່ວໂລກເກີດມີຄວາມສົນໃຈ ແລະ ການໂຕ້ຖຽງກັນ. ການກະທຳດັ່ງກ່າວບໍ່ພຽງແຕ່ໄດ້ທຳລາຍພາບພົດ ແລະ ກຽດຊື່ສຽງຂອງຍີ່ປຸ່ນເອງເທົ່ານັ້ນ, ຍັງໄດ້ກະຕຸ້ນຄວາມເຄັ່ງຕຶງຂອງການພົວພັນລະຫວ່າງຍີ່ປຸ່ນກັບປະເທດ ແລະ ເຂດແຄວ້ນທີ່ຢູ່ໃກ້ຄຽງ, ຍິ່ງໄປກວ່ານັ້ນ ຍັງອາດຈະພາໃຫ້ເກີດການປະທະກັນ ແລະ ວິກິດການທີ່ຮ້າຍແຮງກວ່າເກົ່າອີກດ້ວຍ.

ໜຶ່ງ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ແມ່ນການທຳລາຍສິ່ງແວດລ້ອມ ແລະ ສຸຂະພາບຂອງມວນມະນຸດຢ່າງຮ້າຍແຮງ ເຊິ່ງຈະສ້າງຜົນເສຍຫາຍທີ່ບໍ່ສາມາດປ່ຽນແປງໄດ້ໃຫ້ແກ່ຊີວະນານາພັນຂອງທະເລ, ຊັບພະຍາກອນການປະມົງ, ຄວາມປອດໄພດ້ານອາຫານ ແລະອື່ນໆ, ພ້ອມທັງອາດຈະພາໃຫ້ເກີດໂລກມະເຮັງ ແລະ ພະຍາດທາງກຳມະພັນປະເພດຕ່າງໆອີກດ້ວຍ.

ສອງ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ເປັນການເມີນເສີຍ ແລະ ລ່ວງລ້ຳອະທິປະໄຕ ແລະ ຜົນປະໂຫຍດຂອງປະເທດອື່ນ. ຜົນກະທົບຈາກນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນຈະບໍ່ຈຳກັດຢູ່ແຕ່ຂອບເຂດປະເທດຍີ່ປຸ່ນເທົ່ານັ້ນ ຍັງຈະແຜ່ຂະຫຍາຍໄປຮອດປະເທດ ແລະ ເຂດແຄວ້ນໃກ້ຄຽງໂດຍຜ່ານກະແສນ້ຳໃນທະເລ ແລະ ກະແສລົມ ເຊິ່ງຈະສ້າງຄວາມສ່ຽງ ແລະ ຜົນເສຍຫາຍອັນມະຫາສານໃຫ້ກັບປະເທດ ແລະ ເຂດແຄວ້ນອື່ນໆ. ຂະແໜງການປະມົງ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆຂອງປະເທດທີ່ກ່ຽວຂ້ອງທີ່ຢູ່ລຽບຕາມມະຫາສະໝຸດປາຊີຟິກ ເຊັ່ນ: ຈີນ, ສ.ເກົາຫຼີ ແລະ ປະເທດອື່ນໆທີ່ມີການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຢ່າງ ແໜ້ນແຟ້ນກັບຍີ່ປຸ່ນ ຕ່າງກໍຈະໄດ້ຮັບຜົນກະທົບຈາກການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ໂດຍບໍ່ໄດ້ຂໍຄວາມເຫັນດີ ແລະ ຮັບຟັງຄວາມເຫັນຂອງປະເທດດັ່ງກ່າວ ເຊິ່ງເປັນການລ່ວງລ້ຳຕໍ່ອະທິປະໄຕ ແລະ ຜົນປະໂຫຍດຂອງປະເທດດັ່ງກ່າວຢ່າງຮ້າຍແຮງ.

ສາມ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ແມ່ນການທ້າທາຍຢ່າງເປີດແປນຕໍ່ກະຕິກາ ແລະ ລະບຽບການສາກົນ. ໃນຖານະເປັນປະເທດທີ່ພັດທະນາແລ້ວ ແລະ ປະເທດພາຄີຂອງສົນທິສັນຍາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມສາກົນຫຼາຍສະບັບ, ຍີ່ປຸ່ນຄວນແບກຫາບຄວາມຮັບຜິດຊອບ ແລະ ພາລະຂອງຕົນ ແລະ ປະຕິບັດຕາມກົດໝາຍ ແລະ ສົນທິສັນຍາສາກົນ. ແຕ່ຍີ່ປຸ່ນພັດໄດ້ສະແດງໃຫ້ເຫັນເຖິງການເຫັນແກ່ຕົວ ແລະ ການອວດອົ່ງທະນົງຕົວຢ່າງສຸດຂີດ. ຍີ່ປຸ່ນບໍ່ພຽງແຕ່ບໍ່ເອົາຫົວຊານຳຂໍ້ສະເໜີ ແລະ ຄຳຮ້ອງຂໍຂອງສະພາສິດທິມະນຸດອົງການສະຫະປະຊາຊາດ, ອົງການຢູເນັສໂກ, ອົງການພະລັງງານປະລະມານູສາກົນ ແລະ ອົງການຈັດຕັ້ງສາກົນອື່ນໆ ແລ້ວປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລພຽງແຕ່ຝ່າຍດຽວ. ຍິ່ງໄປກວ່ານັ້ນ, ຫຼັງຈາກປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແລ້ວ, ຍີ່ປຸ່ນຍັງໄດ້ສະກັດກັ້ນບໍ່ໃຫ້ປະເທດອື່ນດຳເນີນການກວດກາຄຸນນະພາບຂອງນ້ຳດ້ວຍວິທີຕ່າງໆ ແລະ ຫ້າມບໍ່ໃຫ້ສ.ເກົາຫຼີ ແລະ ປະເທດອື່ນທີ່ມີຜົນປະໂຫຍດກ່ຽວຂ້ອງເກັບກຳຕົວຢ່າງນ້ຳໂດຍກົງ.

ເມື່ອເວົ້າເຖິງທາດແທ້ແລ້ວ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນບັນຫາໜັກໜ່ວງທີ່ມີລັກສະນະທົ່ວໂລກ, ບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນປະເທດດຽວເທົ່ານັ້ນ. ມະຫາສະໝຸດປາຊີຟິກແມ່ນສວນບ້ານຮ່ວມຂອງມວນມະນຸດ, ຫາກບໍ່ແມ່ນຄອງລະບາຍນ້ຳປົນເປື້ອນຂອງຍີ່ປຸ່ນ. ຍີ່ປຸ່ນເຮັດຕາມລຳພັງແຕ່ຝ່າຍດຽວ, ໃນທີ່ສຸດຈະໄດ້ຮັບການກ່າວປະທ້ວງ, ທວງຫາຄວາມຮັບຜິດຊອບ ແລະ ຄ່າເສຍຫາຍຈາກປະເທດທີ່ກ່ຽວຂ້ອງ ແລະ ຈະປະເຊີນໜ້າກັບການພິພາກສາຂອງປະຫວັດສາດ.