ຫວຽດນາມມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກຫຼາຍກວ່າ 60.000 ກໍລະນີໃນປີນີ້

2023-08-30 16:34:00 cri

 

ວັນທີ 29 ສິງຫານີ້, ກະຊວງສາທາລະນະສຸກຫວຽດນາມໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ມາຮອດວັນທີ 23 ສິງຫານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 61.799 ກໍລະນີໃນປີນີ້, ມີຜູ້ເສຍຊີວິດ 14 ຄົນ. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ສະພາບການລະບາດຂອງພະຍາດໄຂ້ເລືອດອອກຢູ່ທົ່ວປະເທດຫວຽດນາມ ໂດຍສະເພາະແມ່ນເຂດພາກໃຕ້ມີຄວາມເບົາບາງລົງ, ແຕ່ຢູ່ເຂດພາກເໜືອສະພາບການລະບາດແມ່ນຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງ, ໃນນັ້ນ ຢູ່ນະຄອນຫຼວງຮ່າໂນ້ຍມີການລະບາດຮ້າຍແຮງທີ່ສຸດ.

 

ອີງຕາມຂໍ້ມູນສະຖິຕິຈາກສູນຄວບຄຸມພະຍາດນະຄອນຫຼວງຮ່າໂນ້ຍໃຫ້ຮູ້ວ່າ: ປີນີ້, ຢູ່ນະຄອນຫຼວງຮ່າໂນ້ຍມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 4.508 ກໍລະນີ, ເພີ່ມຂຶ້ນ 3,7 ເທົ່າຂຶ້ນໄປເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.