ຫວຽດນາມໃຫ້ບຸລິມະສິດຕໍ່ການຂະຫຍາຍການພົວພັນກັບຈີນ

2023-08-30 12:14:02 cri

   ຫວ່າງມໍ່ໆມານີ້,ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມໄດ້ລົງໄປສຳຫຼວດດ່ານມິດຕະພາບທີ່ຊາຍແດນຫວຽດນາມ-ຈີນຢູ່ແຂວງລາງເຊິນຫວຽດນາມ, ທ່ານຊົງໂປ່ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມໄດ້ເຂົ້າຮ່ວມການສຳຫຼວດຄັ້ງນີ້ຕາມການເຊີນ.


   ໃນເວລາສຳຫຼວດ,ພາຍຫຼັງທ່ານຫງວຽນຟູຈອງໄດ້ຮັບຟັງລາຍງານວຽກງານຂອງດ່ານແລ້ວທ່ານກ່າວວ່າ: ຢູ່ໃນໂລກນີ້ ມີພຽງແຕ່ດ່ານມິດຕະພາບທີ່ຊາຍແດນຫວຽດນາມ-ຈີນແຫ່ງດຽວເທົ່ານັ້ນທີ່ຕັ້ງຊື່ວ່າມິດຕະພາບ,ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບທີ່ເປັນມູນເຊື້ອອັນພິເສດແບບ“ສະຫາຍອ້າຍນ້ອງ”ລະຫວ່າງປະຊາຊົນສອງປະເທດຫວຽດນາມແລະຈີນ.


   ທ່ານຫງວຽນຟູຈອງກ່າວຕື່ມວ່າ: ຫວຽດນາມໄດ້ໃຫ້ຄວາມສຳຄັນໃນລະດັບສູງຢ່າງສະເໝີຕົ້ນສະເໝີປາຍ ທັງໄດ້ໃຫ້ບຸລິມະສິດຕໍ່ການຂະຫຍາຍການພົວພັນກັບພັກ,ລັດແລະປະຊາຊົນຈີນ.


   ທ່ານຊົງໂປ່ກ່າວວ່າ: ຈີນມີຄວາມໝັ້ນໃຈຕໍ່ການຊຸກຍູ້ໃຫ້ການພົວພັນຈີນ-ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກໂດຍກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ,ແລະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດສັນຕິພາບແລະຄວາມກ້າວໜ້າຂອງມວນມະນຸດ.