ບຣິກສເປີດຮັບສະມາຊິກໃໝ່ ສ່ອງແສງໃຫ້ເຫັນເຖິງການເຕີບໂຕຂອງກຳລັງຫຼາຍຂົ້ວໃນໂລກ

2023-08-30 16:12:44 cri

ອາທິດແລ້ວນີ້, ກອງປະຊຸມຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ ທີ່ຈັດຂຶ້ນຢູ່ນະຄອນຫຼວງຈອນເນສບວກປະເທດອາຟຣິກາໃຕ້ຕົກລົງຮັບເອົາອາຣັບບີຊາອຸດິດ, ເອຢິບ, ອາຣັບເອມີເຣດ, ອາກຊັງຕິນ, ອີຣານ ແລະ ເອທິໂອປີ ເຂົ້າເປັນສະມາຊິກໃໝ່ ພ້ອມທັງຍິນດີຕ້ອນຮັບປະເທດພວມພັດທະນາທີ່ສອດຄ່ອງກັບເງື່ອນໄຂປະເທດອື່ນໆ ທີ່ມີເຈດຈຳນົງເຂົ້າເປັນສະມາຊິກນັ້ນ ກາຍເປັນປະເທດຄູ່ເຈລະຈາບຣິກສ. “ 4 ປະເທດບຣິກສ” ໃນເບື້ອງຕົ້ນກາຍມາເປັນ “ວົງຄະນາຍາດບຣິກສ” ທີ່ມີ 11 ປະເທດສະມາຊິກໃນປັດຈຸບັນ.

ບຣິກສແມ່ນອົງການຮ່ວມມືດ້ານເສດຖະກິດທີ່ປະກອບດ້ວຍປະເທດຕະຫຼາດຈະເລີນໃໝ່, ການເປີດຮັບສະມາຊິກໃໝ່ຂອງບຣິກສເປັນການປັບປຸງກົນໄກຮ່ວມມືຂອງບຣິກສໃຫ້ສົມບູນຂຶ້ນຕື່ມອີກ ແລະ ກໍໄດ້ເລັ່ງລັດຊຸກຍູ້ຂະບວນການຫັນເປັນຫຼາຍຂົ້ວຂອງໂລກ. ໂດຍຜ່ານຈາກການເປີດຮັບສະມາຊິກໃໝ່, ກຸ່ມປະເທດບຣິກສຈະຮັບເອົາປະເທດພວມພັດທະນານັບມື້ນັບຫຼາຍຂຶ້ນ, ເພີ່ມຄວາມຫຼາກຫຼາຍແລະລັກສະນະຕົວແທນຂອງພາກພື້ນ ແລະ ກາຍເປັນເວທີຮ່ວມມືທີ່ເປີດກວ້າງກວ່າເກົ່າ, ມີຄວາມໂອບເອື້ອອາລີກວ່າເກົ່າ, ມີຫຼາຍຮູບແບບ ແລະ ສະເໝີພາບກັນ ເຊິ່ງຈະມີຜົນຊ່ວຍໃຫ້ປະເທດພວມພັດທະນາເຂົ້າຮ່ວມ ແລະ ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການບໍລິຫານທົ່ວໂລກ, ເພີ່ມທະວີການມີສິດມີສຽງ ແລະ ບົດບາດໃນເວທີສາກົນ, ຊຸກຍູ້ໃຫ້ການພົວພັນສາກົນມີປະຊາທິປະໄຕ ແລະ ຍຸດຕິທຳກວ່າເກົ່າ ພ້ອມທັງສະໜອງສະຕິປັນຍາ ແລະ ກຳລັງວັງຊາຫຼາຍກວ່າເກົ່າໃຫ້ແກ່ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ການເປີດຮັບສະມາຊິກໃໝ່ຂອງບຣິກສ ກໍເປັນການຕອບໂຕ້ຢ່າງແຂງແຮງຕໍ່ລັດທິເຈົ້າອຳນາດ ແລະ ລັດທິຝ່າຍດຽວ. ປັດຈຸບັນນີ້, ໂລກພວມປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊັ່ນ: ການແພ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ລັດທິກໍ່ການຮ້າຍ ແລະ ອື່ນໆ, ຕ້ອງການໃຫ້ປະເທດຕ່າງໆເພີ່ມທະວີຄວາມສາມັກຄີ ແລະ ຮ່ວມມືກັນ, ປົກປ້ອງລັດທິຫຼາຍຝ່າຍ ແລະ ລະບຽບສາກົນ. ແຕ່ວ່າ, ປະເທດຕາເວັນຕົກທີ່ໃຫຍ່ຈຳນວນໜຶ່ງພັດຊຸກຍູ້ສົ່ງເສີມນະໂຍບາຍລັດທິປົກປ້ອງ, ລັດທິເຈົ້າອຳນາດ ແລະ ລັດທິຝ່າຍດຽວ, ໄດ້ທຳລາຍຜົນປະໂຫຍດ ແລະ ກຽດສັກສີຂອງປະເທດອື່ນຢ່າງຮ້າຍແຮງ ທັງໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງໂລກ.  ບຣິກສເປີດຮັບສະມາຊິກໃໝ່ແລ້ວ, ຈະມີຄວາມສາມາດ ແລະ ຄວາມໝັ້ນໃຈຫຼາຍກວ່າເກົ່າ, ຮ່ວມແຮງຮ່ວມໃຈກັບປະເທດພວມພັດທະນາອື່ນໆ ເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳຂອງຕົນ, ຄັດຄ້ານລັດທິເຈົ້າອຳນາດ, ຊຸກຍູ້ການສ້າງລະບົບສາກົນທີ່ຍຸດຕິທຳກວ່າເກົ່າ, ມີປະຊາທິປະໄຕກວ່າເກົ່າ ແລະ ເຊື່ອມໂຍງເຂົ້າຫາກັນຫຼາຍກວ່າເກົ່າ.

ການເປີດຮັບສະມາຊິກໃໝ່ຂອງບຣິກສ ກໍໄດ້ສົ່ງເສີມແລະເຜີຍແຜ່ທັດສະນະຄະຕິ ແລະ ຈິດໃຈການຮ່ວມມືຂອງບຣິກສເຊັ່ນກັນ, ທັດສະນະການຮ່ວມມືຂອງບຣິກສແມ່ນສາມັກຄີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ກວມລວມ ແລະ ພັດທະນາ. ທັດສະນະຄະຕິດັ່ງກ່າວສອດຄ່ອງກັບກະແສຂອງຍຸກສະໄໝ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງປະເທດພວມພັດທະນາ ແລະ ໄດ້ເປັນບົດຮຽນທີ່ດີ ແລະ ການລິເລີ່ມທີ່ດີສຳລັບອົງການຈັດຕັ້ງພາກພື້ນ ແລະ ອົງການຈັດຕັ້ງຫຼາຍຝ່າຍອື່ນໆ. ຈິດໃຈຮ່ວມມືຂອງບຣິກສແມ່ນລັກສະນະເປີດກວ້າງ, ຕິດແທດຕົວຈິງ ແລະ ລັກສະນະປະດິດສ້າງໃໝ່. ຈິດໃຈດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໃຈຕົນເອງ ແລະ ນ້ຳໃຈຮັບຜິດຊອບຂອງບຣິກສ ພ້ອມທັງໄດ້ສ້າງພະລັງຂັບເຄື່ອນ ແລະ ກະຕຸກຊຸກຍູ້ປະເທດພວມພັດທະນາອື່ນໆ.


ການເປີດຮັບສະມາຊິກໃໝ່ຂອງບຣິກສ, ໄດ້ເປັນສັກຂີພິຍານໃຫ້ແກ່ການເຕີບໂຕຂອງກຳລັງຫຼາຍຂົ້ວຂອງໂລກ, ຈະເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າ ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ຊຸກຍູ້ການຟື້ນຟູ ແລະ ເຕີບໂຕຂອງເສດຖະກິດທົ່ວໂລກ ພ້ອມທັງຊຸກຍູ້ການພົວພັນສາກົນໃຫ້ມີປະຊາທິປະໄຕກວ່າເກົ່າ ແລະ ເຮັດໃຫ້ໂລກກາຍເປັນຫຼາຍຂົ້ວ.