ສື່ມວນຊົນອິນໂດເນເຊຍ:ການໂຄສະນາວ່າຈີນຈະຊຸດໂຊມລົງແມ່ນເຜີຍແບໃຫ້ເຫັນຄວາມໄຮ້ດຽງສາ ແລະ ອວດສະຫາວຂອງນັກເລງທາງການເມືອງອາເມຣິກາ

2023-08-30 10:43:32 CRI

    ຫວ່າງມໍ່ໆມານີ້, ເວັບໄຊ “ໜັງສືພິມຈາກາຕາໂພສ໌” ຂອງອິນໂດເນເຊຍໄດ້ພິມບົດຄວາມທີ່ພາດຫົວເລື່ອງວ່າ “ຄວາມເວົ້າທີ່ໄຮ້ປະໂຫຍດກ່ຽວກັບບັນຫາເສດຖະກິດຈີນຂອງທ່ານໂຈ ໄບເດນ” ໂດຍຊີ້ອອກວ່າ: ຄວາມເວົ້າກ່ຽວກັບຈີນຂອງທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາໃນກິດຈະກຳລະດຸມທຶນທາງການເມືອງເທື່ອໜຶ່ງທີ່ຈັດຂຶ້ນຢູ່ລັດຢູທາ ແມ່ນເຕັມໄປດ້ວຍເນື້ອໃນທີ່ຜິດພາດ, ເຜີຍແບໃຫ້ເຫັນຄວາມເຂົ້າໃຈຜິດຕໍ່ການພັດທະນາຂອງເສດຖະກິດຈີນ.


 

     ບົດຄວາມຂຽນວ່າ: ຂໍ້ມູນຜິດພາດ ແລະ ຄວາມເວົ້າແບບຊວນເຊື່ອທາງລົບກ່ຽວກັບອັດຕາການເຕີບໂຕດ້ານເສດຖະກິດ ແລະ ທ່າອຽງປະຊາກອນຈີນຂອງທ່ານໂຈ ໄບເດນແມ່ນສະແດງໃຫ້ເຫັນເຖິງຄວາມຮູ້ຕື້ນຂອງທ່ານຕໍ່ປັດໄຈສັບສົນໃນສ້າງໂຄງປະກອບເສດຖະກິດຂອງຈີນ. ອັນທີ່ເອີ້ນວ່າຕົວເລກເສດຖະກິດຫຼ້າສຸດຂອງຈີນແມ່ນໝາຍຄວາມວ່າຈີນຈະຊຸດໂຊມລົງຢ່າງງ່າຍດາຍທີ່ເວົ້າດ້ວຍທ່ານໂຈ ໄບເດນ ນັ້ນແມ່ນເຕັມໄປດ້ວຍຄວາມໄຮ້ດຽງສາ ແລະ ອວດສະຫາວ.