ເວທີເປິກສາຫາລືການຮ່ວມມືດ້ານສິ່ງແວດລ້ອມຈີນ-ອາຊຽນປີ 2023 ຈະຈັດຂຶ້ນຢູ່ນະຄອນນານນີງ

2023-08-30 10:37:08 CRI


    ວັນທີ 29 ສິງຫານີ້, ພະແນກລະບົບນິເວດ ແລະ ສິ່ງແວດລ້ອມເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນແຈ້ງໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດຕາມຂໍ້ລິເລິ່ມການພັດທະນາທົ່ວໂລກ,ຈິດໃຈກອງປະຊຸມສຸດຍອດຈີນ-ອາຊຽນ ແລະ ລົງເລິກການຮ່ວມມືດ້ານສິ່ງແວດລ້ອມລະຫວ່າງຈີນ ກັບ ອາຊຽນ, ເວທີເປິກສາຫາລືການຮ່ວມມືດ້ານສິ່ງແວດລ້ອມຈີນ-ອາຊຽນປີ 2023 ຈະຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນລະຫວ່າງວັນທີ 15 ຫາ 16 ກັນຍາ 2023.