ຈັດງານສັບປະດາການແລກປ່ຽນດ້ານການສຶກສາຈີນ-ອາຊຽນປີ 2023

2023-08-30 10:34:00 CRI

    ວັນທີ 29 ສິງຫານີ້, ພິທີໄຂງານສັບປະດາການແລກປ່ຽນດ້ານການສຶກສາຈີນ-ອາຊຽນປີ 2023 ໄດ້ຈັດຂຶ້ນຢູ່ສະຖານທີ່ຖາວອນຂອງສັບປະດາການແລກປ່ຽນດ້ານການສຶກສາຈີນ-ອາຊຽນທີ່ເຂດໃໝ່ກຸ້ຍອ່ານ ແຂວງກຸ້ຍໂຈ່ວຈີນ.


    ງານສັບປະດາການແລກປ່ຽນດ້ານການສຶກສາຈີນ-ອາຊຽນປີ 2023ຈັດຂຶ້ນເປັນເວລາ 6 ວັນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 2 ກັນຍາ 2023 ໂດຍມີຫົວຂໍ້ວ່າ“ວິໄສທັດໃໝ່ການຮ່ວມມືດ້ານການສຶກສາ, ໜຶ່ງແລວໜຶ່ງເສັ້ນທາງສ້າງຄວາມຈະເລີນຮ່ວມກັນ” ,ໃນໄລຍະນີ້ຈະຈັດກິດຈະກຳ 122 ລາຍການ.



    ນອກຈາກນີ້, ງານສັບປະດາການແລກປ່ຽນດ້ານການສຶກສາປີ 2023 ຈະແລກປ່ຽນຄວາມຄິດເຫັນໃນຫຼາຍດ້ານ ເຊັ່ນ: ລົງເລິກການຮ່ວມມືດ້ານການສຶກສາແບບດີຈີຕອນຈີນ-ອາຊຽນຢ່າງຕໍ່ເນື່ອງ, ຊຸກຍູ້ການຮ່ວມມືກັບມະຫາວິທະຍາໄລຈີນແລະ ຕ່າງປະເທດທີ່ມີລະດັບສູງຢ່າງຕໍ່ເນື່ອງ, ລົງເລິກການຮ່ວມມືດ້ານການສຶກສາວິຊາຊີບຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ການແລກປ່ຽນໃນດ້ານວັດທະນະທຳລະຫວ່າງຊາວໜຸ່ມ ແລະ ເຍົາວະຊົນຈີນ ກັບ ຕ່າງປະເທດຢ່າງຕໍ່ເນື່ອງເປັນຕົ້ນ, ພ້ອມທັງດຳເນີນການຮ່ວມມືແບບຕິດແທດຕົວຈິງ, ໃນໄລຍະຈັດກິດຈະກຳ, ຈະຊຸກຍູ້ສູນການຄົ້ນຄວ້າ 5ແຫ່ງເປີດປ້າຍ, ສ້າງຕັ້ງສະຫະພັນການຮ່ວມມື 7 ແຫ່ງ ແລະ ສູນການຮ່ວມມື5 ແຫ່ງ, ປະກາດຜົນງານການຮ່ວມມື ແລະ ໂຄງການຮ່ວມມື 17 ລາຍການ, ຄາດວ່າຍັງຈະຊຸກຍູ້ການເຊັນສັນຍາການຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈຫຼາຍກວ່າ 50 ສະບັບ.