ປະທານປະເທດຈີນຕອບຈົດໝາຍຫຼານຊາຍຂອງນາຍພົນສະຕິເວວ

2023-08-31 16:49:45 CRI

   ວັນທີ 29 ສິງຫານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍທ່ານ ຈອນ ອິສເຕີບຣຸກ ຫຼານຊາຍຂອງນາຍພົນ ສະຕິເວວ ອາເມຣິກາ.


   ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ຂ້າພະເຈົ້າສະແດງຄວາມຂອບໃຈຕໍ່ທ່ານ ຈອນ ອິສເຕີບຣຸກ ທີ່ໄດ້ແບ່ງປັນເລື່ອງລາວການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງນາຍພົນສະຕິເວວ ກໍຄືຄອບຄົວຕະກຸນ ສະຕິເວວ ຫຼາຍເຊັ່ນຄົນກັບປະເທດຈີນໃຫ້ຮັບຊາບ, ເມື່ອເບິ່ງຈາກຄອບຄົວຕະກຸນສະຕິເວວແລ້ວ, ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມເປັນມິດໄມຕີຂອງປະຊາຊົນອາເມຣິກາທີ່ມີຕໍ່ປະຊາຊົນຈີນ. ນາຍພົນສະຕິເວວເປັນເພື່ອນເກົ່າທີ່ດີຂອງປະຊາຊົນຈີນ, ເພິ່ນໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າແກ່ພາລະກິດປົດປ່ອຍຊາດ ແລະ ບັນລຸຄວາມກ້າວໜ້າຂອງຈີນ, ພ້ອມທັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິການໍາອີກ. ປະຊາຊົນຈີນຈະບໍ່ລືມຜົນງານຄຸນງາມຄວາມດີຂອງເພິ່ນ. ເມື່ອບໍ່ດົນມານີ້, ຢູ່ກໍາແພງນະຄອນຈຸ່ງກິ່ງ ຈີນ ໄດ້ຈັດງານລະນຶກວັນຄ້າຍວັນເກີດນາຍພົນສະຕິເວວ ຄົບຮອບ 140 ປີ, ໃນໂອກາດດັ່ງກ່າວ, ທ່ານໄດ້ປະກອບຄໍາເຫັນຜ່ານທາງວິດີໂອ ລູກສາວ, ລູກເຂີຍ ແລະ ຫຼານຂອງທ່ານໄດ້ເຂົ້າຮ່ວມງານດັ່ງກ່າວຢູ່ກັບທີ່. ເມື່ອ ເຫັນພາລະກິດສາຍພົວພັນໄມຕີຈິດຕິດຕະພາບທີ່ນາຍພົນສະຕິເວວມີສ່ວນຮ່ວມນັ້ນໄດ້ສືບທອດຮອດຄົນຮຸ່ນຫຼັງຮຸ່ນທີ 5 ຂອງຄອບຄົວຕະກຸນເພິ່ນ, ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈທີ່ສຸດ.


   ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃນຈົດໝາຍວ່າ: ເມື່ອຫວນຄືນອະດີດ, ສອງປະເທດຈີນ-ອາເມຣິກາໄດ້ຮ່ວມກັນຕໍ່ສູ້ແບບຄຽງບ່າຄຽງໄຫຼ່ເພື່ອຕໍ່ຕ້ານຟາຊິດຍີ່ປຸ່ນ ແລະ ຍາດເອົາສັນຕິພາບຂອງໂລກ; ຈ້ອງມອງເບິ່ງອະນາຄົດ, ສອງປະເທດຈີນ-ອາເມຣິກາສາມາດສະໜັບສະໜູນໃຫ້ປະສົບຜົນສໍາເລັດ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນໄດ້ຢ່າງແນ່ນອນ. ພື້ນຖານຂອງສາຍພົວພັນລະຫວ່າງຈີນ-ອາເມຣິກາແມ່ນຢູ່ກັບປະຊາຊົນ, ແຫຼ່ງທີ່ມາຂອງພະລັງແຮງແມ່ນຂຶ້ນຢູ່ກັບໄມຕີຈິດມິດຕະພາບລະຫວ່າງປະຊາຊົນ. ປະຊາຊົນສອງຊາດຄວນເພີ່ມທະວີການແລກປ່ຽນກັນກໍຄືຄວາມເຂົ້າໃຈກັນ ແລະ ເປີດກວ້າງການຮ່ວມມື ເພື່ອເພີ່ມພະລັງແຮງໃໝ່ໃຫ້ກັບການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຫວັງຢ່າງຍິ່ງ ແລະ ເຊື່ອໝັ້ນວ່າ: ທ່ານພ້ອມດ້ວຍສະມາຊິກຄົນອື່ນໆໃນຄອບຄົວຕະກຸນສະຕິເວວ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ. ຍິນດີຕ້ອນຮັບພວກທ່ານມາຢ້ຽມຢາມຈີນເລື້ອຍໆ.