ສ້າງຕັ້ງສະຫະພັນການສຶກສາດີຈິຕອນຈີນ-ອາຊຽນ

2023-08-31 10:22:58 CRI

    ວັນທີ 29 ສິງຫານີ້, ງານສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນໄດ້ຈັດຂຶ້ນຢູ່ແຂວງກຸ້ຍໂຈ່ວຂອງຈີນ, ສະຫະພັນການສຶກສາດີຈິຕອນຈີນ-ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນງານຄັ້ງນີ້.



    ການສ້າງຕັ້ງສະຫະພັນການສຶກສາດີຈິຕອນຈີນ-ອາຊຽນແມ່ນມາດຕະການສຳຄັນ ເພື່ອຈັດຕັ້ງປະຕິບັດເອກະສານຜົນກອງປະຊຸມໂຕະມົນລັດຖະມົນຕີການສຶກສາຈີນ-ອາຊຽນຄັ້ງທີ 3. ໂຮງຮຽນປະເພດຕ່າງໆ ແລະ ອົງການສຶກສາທິການເກືອບ 60 ແຫ່ງທີ່ມາຈາກຈີນ, ມາເລເຊຍ ແລະ ສິງກະໂປໄດ້ຮ້ອງຂໍເຂົ້າເປັນສະມາຊິກສະຫະພັນເປັນງວດທຳອິດ, ສ່ວນສຳນັກງານກອງເລຂາຂອງສະຫະພັນຈັດຕັ້ງຢູ່ມະຫາວິທະຍາໄລເປີດປະຕູຈີນ.


    ທ່ານວາງສີມີງ ເລຂາຄະນະພັກມະຫາວິທະຍາໄລເປີດປະຕູຈີນກ່າວວ່າ: ວິໄສທັດຂອງພວກຂ້າພະເຈົ້າແມ່ນເລີ່ມຈາກຜ່ານການສ້າງຕັ້ງສະຫະພັນການສຶກສາດີຈິຕອນຈີນ-ອາຊຽນແລ້ວ ຄ່ອຍໆສ້າງເປັນເວທີການບໍລິການແລະ ເຄືອຂ່າຍການຮ່ວມມແບບສັງລວມຂ້າມຊາດດ້ານການສຶກສາແບບດີຈິຕອນ ເພື່ອເຮັດໃຫນັກຮຽນ ນັກສຶກສາຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນສາມາດໄດ້ຮັບຊັບພະຍາກອນການສຶກສາທີ່ມີຄຸນນະພາບດີ ແລະ ໂອກາດດ້ານການສຶກສາຕະຫຼອດຊີວິດດ້ວຍເງິນທຶນໜ້ອຍກວ່າເກົ່າ ແລະ ວິທີຄ່ອງແຄ້ວກວ່າເກົ່າ, ພ້ອມທັງຊ່ວຍໃຫ້ການສຶກສາຂອງບັນດາປະເທດຫັນເປັນແບບດີຈິຕອນ.