ກົນອຸບາຍຂອງອາເມຣິກາ, ຍີ່ປຸ່ນ ແລະ ສ ເກົາຫຼີກ່ຽວກັບການສ້າງ “ນາໂຕນ້ອຍສະບັບອາຊີ” ຈະບໍ່ສາມາດປະສົບຜົນສຳເລັດຢ່າງແນ່ນອນ

2023-09-01 09:22:42 cri

ເມື່ອບໍ່ດົນມານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານຟຸມີໂອ ກິຊີດາ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານໂຢນເຊກຢຸນ ປະທານາທິບໍດີສ.ເກົາຫຼີ ໄດ້ຈັດການພົບປະປະມຸກລັດສາມປະເທດຢູ່ Camp David ຂອງອາເມຣິກາ ພ້ອມທັງໄດ້ອອກຖະແຫຼງການຮ່ວມທີ່ມີຊື່ວ່າ “ຈິດໃຈ Camp David” ແລະ ເປີດເຜີຍ “ຫຼັກການ Camp David” ທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ຫຼັກໝັ້ນບັນຫາພາກພື້ນ. ເຖິງແມ່ນວ່າຫຼັງຈາກນັ້ນອາເມຣິກາໄດ້ຕັ້ງໃຈເນັ້ນໜັກວ່າກອງປະຊຸມສຸດຍອດດັ່ງກ່າວ “ບໍ່ມີເຈຕະນາຕໍ່ຕ້ານຈີນ”, ແຕ່ໃນເອກະສານຂອງຖະແຫຼງການຮ່ວມສະບັບດັ່ງກ່າວ ພັດໄດ້ເນັ້ນການເອົາໃຈໃສ່ບັນຫາຊ່ອງແຄບໄຕ້ຫວັນ ແລະ ບັນຫາທະເລຈີນໃຕ້, ຫວັງຢາກແຊກແຊງເຂົ້າໃນວຽກງານພາຍໃນຂອງຈີນ. ເຈຕະນາຂອງອາເມຣິກາ, ຍີ່ປຸ່ນ ແລະ ສ ເກົາຫຼີໃນການສ້າງກຸ່ມກ້ອນໃນວົງແຄບທີ່ແນໃສ່ຈີນໄດ້ມີຄວາມຈະແຈ້ງແລ້ວ.

ແຕ່ວ່າ, ຢູ່ລະຫວ່າງສາມປະເທດອາເມຣິກາ, ຍີ່ປຸ່ນ ແລະ ສ ເກົາຫຼີຍັງມີຂໍ້ຂັດແຍ້ງທີ່ເລິກເຊິ່ງ ທີ່ບໍ່ສາມາດບັນລຸຄວາມຮັບຮູ້ຮ່ວມ ແລະ ການຮ່ວມມືຢ່າງແທ້ຈິງ.

ໜຶ່ງ, ໃນດ້ານການຮັບມືກັບບັນຫາຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ, ການຮ້ອງຂໍດ້ານຜົນປະໂຫຍດຂອງສາມປະເທດອາເມຣິກາ, ຍີ່ປຸ່ນ ແລະ ສ ເກົາບໍ່ເປັນເອກະພາບກັນ. ຈຸດປະສົງຂອງອາເມຣິກາແມ່ນເພື່ອຮັກສາຖານະເປັນປະເທດເຈົ້າອຳນາດຂອງຕົນ, ສະກັດກັ້ນການພັດທະນາຂອງຈີນ ແລະ ສປປ ເກົາຫຼີ. ແຕ່ຈຸດປະສົງຂອງຍີ່ປຸ່ນແມ່ນເພື່ອບັນລຸຄວາມທະເຍີທະຍານຂອງຕົນໃນການແຜ່ຂະຫຍາຍກຳລັງການທະຫານ ແລະ ຟື້ນຟູອຳນາດດ້ານການເມືອງ ໂດຍຜ່ານການສະໜັບສະໜູນຈາກອາເມຣິກາ, ຫຼຸດພົ້ນອອກຈາກຄວາມຈຳກັດຂອງລັດຖະທຳມະນູນສັນຕິພາບ, ຟື້ນຟູຖານະນຳພາຢູ່ອາຊີຂອງຕົນ. ສ່ວນຈຸດປະສົງຂອງ ສ.ເກົາຫຼີແມ່ນຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດຂອງຕົນ, ຮັກສາຄວາມມີສິດມີສຽງຂອງຕົນຢູ່ອາຊີ.

ສອງ, ບັນຫາປະຫວັດສາດລະຫວ່າງຍີ່ປຸ່ນກັບສ ເກົາຫຼີເປັນປັດໄຈສຳຄັນທີ່ມີຜົນສະທ້ອນຕໍ່ການພົວພັນລະຫວ່າງສອງປະເທດມາໂດຍຕະຫຼອດ ເຊັ່ນ: ຂໍ້ຂັດແຍ້ງລະຫວ່າງສອງປະເທດໃນດ້ານບັນຫານາງບຳເລີກອງທະຫານ, ການບັງຄັບແຮງງານໃນສົງຄາມໂລກຄັ້ງທີ 2, ຂໍ້ຂັດແຍ້ງກ່ຽວກັບເກາະດົກໂດ(ຫຼືເກາະຕາເກຊີມາ) ແລະ ບັນຫາອື່ນໆ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. ບັນຫາດັ່ງກ່າວໄດ້ເຮັດໃຫ້ຍີ່ປຸ່ນ ແລະ ສ ເກົາຫຼີຂາດຄວາມເຊື່ອໝັ້ນ ແລະ ການຮ່ວມມືຢ່າງຮ້າຍແຮງ.

ນອກນີ້, ວັນທີ 24 ສິງຫານີ້, ຍີ່ປຸ່ນໄດ້ຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໂດຍບໍ່ເອົາຫົວຊາການສົງໄສ ແລະ ການຄັດຄ້ານຂອງປະເທດທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນ ເຊິ່ງໄດ້ສ້າງຜົນກະທົບ ແລະ ໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ລະບົບນິເວດທາງທະເລ, ຂະແໜງການປະມົງ, ຄວາມປອດໄພດ້ານອາຫານ, ສຸຂະພາບຂອງມວນມະນຸດ ແລະອື່ນໆ. ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລກໍໄດ້ເຮັດໃຫ້ ສ ເກົາຫຼີເກີດມີການຄັດຄ້ານ ແລະ ການປະທ້ວງຢ່າງຮຸນແຮງ, ຂໍ້ຂັດແຍ້ງລະຫວ່າງສອງປະເທດນັບມື້ນັບຮຸນແຮງຂຶ້ນ.

ສາມປະເທດອາເມຣິກາ, ຍີ່ປຸ່ນ ແລະ ສ ເກົາຫຼີຍັງມີຂໍ້ຂັດແຍ້ງຢ່າງເລິກເຊິ່ງ. ເວັ້ນແຕ່ສາມປະເທດດັ່ງກ່າວສາມາດລຶບລ້າງຄວາມເປັນຫ່ວງຕ່າງໆ, ຖ້າບໍ່ດັ່ງນັ້ນ, ຈະບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນ ແລະ ການຮ່ວມມືດ້ານຍຸດທະສາດຢ່າງແທ້ຈິງ. ກົນອຸບາຍຂອງອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີກ່ຽວກັບການສ້າງ “ນາໂຕນ້ອຍສະບັບອາຊີ” ຈະບໍ່ສາມາດປະສົບຜົນສຳເລັດຢ່າງແນ່ນອນ