ກອງທັບເຮືອຈີນ ແລະ ໄທຈະຈັດການເຝິກຊ້ອມຮ່ວມພາຍໃຕ້ລະຫັດ“ຕະລຸມບອນສີຟ້າ-2023”

2023-09-01 10:35:40 CRI


   ວັນທີ 31 ສິງຫາແລ້ວນີ້, ພັນເອກອູຊ່ຽນ ຫົວໜ້າກົມການກະຊວງປ້ອງກັນປະເທດຈີນ ໂຄສົກກະຊວງປ້ອງກັນປະເທດຈີນແຈ້ງຂ່າວໃຫ້ຮູ້ວ່າ:

 

   ອີງຕາມແຜນການຮ່ວມມືທາງການທະຫານສາກົນປະຈຳປີ, ການເຝິກຊ້ອມຮ່ວມທາງທະຫານເຮືອພາຍໃຕ້ລະຫັດ “ຕະລຸມບອນສີຟ້າ-2023” ລະຫວ່າງຈີນ ກັບ ໄທຈະຈັດຂຶ້ນຢູ່ອ່າວໄທ ແລະ ເຂດໃກ້ກັບຖານທັບເຮືອສັດຕະຫີບຂອງໄທໃນຕົ້ນເດືອນກັນຍານີ້. ການເຝິກຊ້ອມຮ່ວມເທື່ອນີ້ມີຈຸດປະສົງເພື່ອຍົກລະດັບການເຝິກຊ້ອມ ແລະ ຄວາມສາມາດດ້ານປະສານງານຂອງກອງທັບທີ່ຈະເຂົ້າຮ່ວມ, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງຂອງກອງທັບເຮືອສອງປະເທດ ພ້ອມທັງຍົກສູງຄວາມສາມາດທີ່ພ້ອມກັນຮັບມືກັບໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ.