ງານວາງສະແດງຮ່ວມ ແລະເວທີເປິກສາຫາລືດ້ານການສຶກສາວິຊາຊີບຈີນ-ອາຊຽນປີ 2023 ຈະຈັດຂຶ້ນໃນກາງເດືອນກັນຍານີ້

2023-09-01 14:58:16 cri

 

ງານວາງສະແດງຮ່ວມ ແລະເວທີເປິກສາຫາລືດ້ານການສຶກສາວິຊາຊີບຈີນ-ອາຊຽນປີ 2023 ຈະຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີລະຫວ່າງວັນທີ 15 ຫາ 16 ກັນຍານີ້.

 

ງານວາງສະແດງຮ່ວມ ແລະເວທີເປິກສາຫາລືຄັ້ງນີ້ຈະລວມມີກອງປະຊຸມໃຫຍ່ການພັດທະນາ ແລະການຮ່ວມມືດ້ານການສຶກສາວິຊາຊີບຈີນ-ອາຊຽນ, ງານວາງສະແດງສີມືຂອງການສຶກສາວິຊາຊີບ ແລະການແຂ່ງຂັນສີມືຂອງນັກສຶກສາໂຮງຮຽນວິຊາຊີບຈີນ-ອາຊຽນ.

 

ອີງຕາມຂໍ້ມູນສະຖິຕິໃຫ້ຮູ້ວ່າ: ໃນທົ່ວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີມີໂຮງຮຽນວິຊາຊີບ 24 ແຫ່ງດຳເນີນການສຶກສາວິຊາສະເພາະ, ການເຝິກອົບຮົມວິຊາຊີບ ແລະການບໍລິການດ້ານເຕັກນິກຢູ່ຕ່າງປະເທດ, ໄດ້ສ້າງສູນອົບຮົມຢູ່ຕ່າງປະເທດ 28 ແຫ່ງ.