ເຂດທົດລອງການຄ້າເສລີ (ກວາງຊີ) ຈີນສ້າງຂຶ້ນມາເປັນເວລາ 4 ປີ ລວມຍອດຜະລິດຕະພັນອຸດສາຫະກຳສະເລ່ຍເພີ່ມຂຶ້ນ 34,2% ຕໍ່ປີ

2023-09-01 14:57:35 cri

 

ວັນທີ 31 ສິງຫາຜ່ານມານີ້, ກອງປະຊຸມຖະແຫຼງຂ່າວກ່ຽວກັບຜົນສຳເລັດການສ້າງເຂດທົດລອງການຄ້າເສລີ (ກວາງຊີ) ຈີນຄົບຮອບ 4 ປີແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນສິງຫາປີ 2019 ທີ່ໄດ້ຮັບການອະນຸມັດການສ້າງເຂດທົດລອງການຄ້າເສລີຈີນເປັນຕົ້ນມາ, ລວມຍອດຜະລິດຕະພັນອຸດສາຫະກຳທີ່ມີລາຍໄດ້ຫຼາຍກວ່າ 20 ລ້ານຢວນນັ້ນໄດ້ເພີ່ມຈາກ 55,85 ຕື້ຢວນໃນປີ 2020 ຂຶ້ນເປັນ 100,55 ຕື້ຢວນໃນປີ 2022, ສະເລ່ຍເພີ່ມຂຶ້ນ 34,2% ຕໍ່ປີ.

 

ເຂດທົດລອງການຄ້າເສລີ (ກວາງຊີ) ຈີນສ້າງຮູບແບບການເຊື່ອມຕໍ່ “ອາຊຽນ-ຮົງກົງ-ນານນິງ”, ກວມເອົາປະເທດອາຊຽນ ແລະບາງເຂດແຄວ້ນ. ມາຮອດເດືອນກໍລະກົດປີນີ້, ເຂດທົດລອງການຄ້າເສລີຈີນໄດ້ບັນລຸມູນຄ່າຂາເຂົ້າຂາອອກ 858 ຕື້ຢວນ, ກວມເອົາ 37,4% ຂອງມູນຄ່າຂາເຂົ້າຂາອອກໃນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ແລະມີການລົງທຶນຂອງຕ່າງປະເທດມູນຄ່າ 1,476 ຕື້ໂດລາ, ກວມເອົາ 36,8% ຂອງການລົງທຶນຕ່າງປະເທດຢູ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ.