ເຈົ້າຊີວິດໄທໄດ້ອະໄພຍະໂທດໄລຍະຈຳຄຸກຂອງທ່ານທັກສິນ ຊິນນະວັດລົງເຫຼືອ 1 ປີ

2023-09-02 14:51:58 cri

ວັນທີ 1 ກັນຍານີ້, ສຳນັກພະລາຊະວັງໄທໄດ້ຊົງປະກາດພະລາຊະດຳລັດ ຂອງເຈົ້າຊີວິດໄທວ່າດ້ວຍເລື່ອງອະໄພຍະໂທດການຈຳຄຸກຂອງທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທຈາກ 8 ປີເຫຼືອພຽງ 1 ປີ.


ພະລາຊະດຳລັດລະບຸວ່າ: ໃນໄລຍະດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ທັກສິນ ຊິນນະວັດ ໄດ້ປະຕິບັດພາລະໜ້າທີ່ບໍລິຫານປະເທດ, ໄດ້ປະກອບສ່ວນໃນລະດັບໃດໜຶ່ງຕໍ່ປະເທດຊາດ ແລະ ປະຊາຊົນ ທັງຈົ່ງຮັກພັກດີຕໍ່ພະບໍລົມມະວົງສານຸວົງ. ປັດຈຸບັນ, ທ່ານທັກສິນ ຊິນນະວັດມີອາຍຸສູງ ແລະ ສຸຂະພາບບໍ່ດີປານໃດ, ຕ້ອງການໄດ້ຮັບການປິ່ນປົວຈາກຜູ້ຊ່ຽວຊານ. ສະນັ້ນ, ເຈົ້າຊີວິດຈຶ່ງເຫັນດີນີລະໂທດທ່ານທັກສິນ ຊິນນະວັດ, ໂດຍໄດ້ອະໄພຍະໂທດໄລຍະຈຳຄຸກຂອງທ່ານຈາກ 8 ປີ ເຫຼືອພຽງ 1 ປີ.


ກ່ອນໜ້ານີ້, ທ່ານ ທັກສິນ ຊິນນະວັດ ໄດ້ອອກໄປຢູ່ຕ່າງປະເທດເປັນເວລາ 10 ກວ່າປີ ແລ້ວໄດ້ກັບຄືນປະເທດໄທໃນວັນທີ 22 ສິງຫາຜ່ານມານີ້. ມື້ດຽວກັນ, ສານສູງສຸດຂອງໄທໄດ້ອ່ານຄຳຕັດສິນຈຳຄຸກເປັນເວລາ 8 ປີ ໃນຂໍ້ກ່າວຫາ 3 ຢ່າງ. ຫຼັງຈາກນັ້ນ, ທ່ານ ທັກສິນ ຊິນນະວັດ ທີ່ມີອາຍຸ 74 ປີ ໄດ້ເຂົ້າຈຳຄຸກຢູ່ໃນຄຸກແຫ່ງໜຶ່ງຂອງນະຄອນຫຼວງບາງກອກ. ມື້ທີ 2, ໄດ້ຍ້າຍອອກຈາກຄຸກໄປປິ່ນປົວຢູ່ໂຮງໝໍຍ້ອນສາເຫດສຸຂະພາບ.