ກອງປະຊຸມລະດັບລັດຖະມົນຕີຝ່າຍເຊັນບົດບັນທຶນຄວາມເຂົ້າໃຈກ່ຽວກັບການຮ່ວມມືປາບປາມຢາເສບຕິດຂອງອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 14 ຈະຈັດຂຶ້ນໃນອາທິດໜ້າ

2023-09-02 11:09:41 CRI

    ວັນທີ 1 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ກອງປະຊຸມລະດັບລັດຖະມົນຕີຝ່າຍເຊັນບົດບັນທຶນຄວາມເຂົ້າໃຈກັນກ່ຽວກັບການຮ່ວມມືປາບປາມຢາເສບຕິດຂອງອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 14 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນອາທິດໜ້າ. ຂໍໃຫ້ແນະນຳສະພາບທີ່ກ່ຽວຂ້ອງຕື່ມອີກແດ່?


    ທ່ານວ່າງເວີນປິ່ນແນະນຳວ່າ: ກອງປະຊຸມລະດັບລັດຖະມົນຕີຝ່າຍເຊັນບົດບັນທຶນຄວາມເຂົ້າໃຈກ່ຽວກັບການຮ່ວມມືປາບປາມຢາເສບຕິດຂອງອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 14 ຈະຈັດຂຶ້ນຢູ່ທີ່ປັກກິ່ງໃນວັນທີ 6 ກັນຍານີ້. ຄະນະຜູ້ແທນລັດຖະບານກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫຽວດນາມ ພ້ອມດ້ວຍຜູ້ຕາງໜ້າຫ້ອງການບັນຫາຢາເສບຕິດ ແລະ ການກໍ່ອາຊະຍາກຳຂອງອົງການສະຫະປະຊາຊາດຈະເຂົ້າຮ່ວມກອງປະຊຸມເທື່ອນີ້. 


 

     ທ່ານວ່າງເວີນປິ່ນກ່າວຕື່ມວ່າ, ກົນໄກບົດບັນທຶນຄວາມເຂົ້າໃຈກ່ຽວກັບການຮ່ວມມືປາບປາມຢາເສບຕິດຂອງອະນຸພາກພື້ນແມ່ນ້ຳຂອງແມ່ນສ້າງຂຶ້ນ ແລະ ປັບປຸງຮ່ວມກັນໂດຍກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫຽວດນາມ ພ້ອມດ້ວຍຫ້ອງການບັນຫາຢາເສບຕິດ ແລະ ການກໍ່ອາຊະຍາກຳຂອງອົງການສະຫະປະຊາຊາດ ເພື່ອຮັບມືກັບບັນຫາຢາເສບຕິດອັນພົ້ນເດັ່ນໃນພາກພື້ນຕົນ. ການຈັດກອງປະຊຸມລະດັບລັດຖະມົນຕີເທື່ອນີ້ພໍດີກົງກັບເວລາທີ່ກົນໄກດັ່ງກ່າວສ້າງຂຶ້ນຄົບຮອບ 30 ປີ, ມີຄວາມໝາຍສຳຄັນຕໍ່ການກຳນົດທິດທາງຂອງກົນໄກໃນອະນາຄົດ, ການລົງເລິກການຮ່ວມມືປາບປາມຢາເສບຕິດໃນພາກພື້ນ ແລະ ການຊຸກຍູ້ໃຫ້ພ້ອມກັນຄຸ້ມຄອງຢາເສບຕິດໃນທົ່ວໂລກ.