ທ່ານທາມານ ຊານມູກາຣັດນາມໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສິງກະໂປ

2023-09-02 14:48:21 cri

ການເລືອກຕັ້ງປະທານາທິບໍດີສິງກະໂປໄດ້ສະເຫຼີຍຜົນໃນວັນທີ 2 ກັນຍານີ້, ທ່ານທາມານ ຊານມູກາຣັດນາມ ອະດີດລັດຖະມົນຕີອາວຸໂສຂອງສິງກະໂປ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດທີ 9 ຂອງສິງກະໂປດ້ວຍສຽງສະໜັບສະໜູນ 70,4%.


ການເລືອກຕັ້ງປະທານາທິບໍດີສິງກະໂປໄດ້ຈັດການປ່ອນບັດໃນວັນທີ 1 ກັນຍານີ້ ໂດຍມີປະຊາກອນຜູ້ມີສິດປ່ອນບັດ 2,48 ລ້ານຄົນໄດ້ເຂົ້າຮ່ວມການປ່ອນບັດ.


ທ່ານທາມານ ຊານມູກາຣັດນາມປີນີ້ອາຍຸ 66 ປີ, ເຄີຍເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ , ລັດຖະມົນຕີກະຊວງສຶກສາທິການ ແລະ ລັດຖະມົນຕີກະຊວງຊັບພະຍາກອນມະນຸດສິງກະໂປ, ໄດ້ດຳລົງຕຳແໜ່ງລັດຖະມົນຕີອາວຸໂສໃນປີ 2019.