ນາຍົກຈີນຈະຢ້ຽມຢາມອິນໂດເນເຊຍ

2023-09-02 11:18:03 CRI

    ວັນທີ 1 ກັນຍານີ້, ທ່ານວ່າງເວີນປິ່ນໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຈີນໄດ້ແຈ້ງໃຫ້ຮູ້ຂ່າວກ່ຽວກັບ ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນຈະຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ. ຈີນຕີລາຄາແນວໃດຕໍ່ການພົວພັນຈີນ-ອິນໂດເນເຊຍ ແລະ ມີຄວາມຄອງຄອຍຫຍັງຕໍ່ການຢ້ຽມຢາມເທື່ອນີ້?


 

    ທ່ານວ່າງເວີນປິ່ນກ່າວວ່າ, ຈີນໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນໄມຕີຈິດມິດຕະພາບຖານປະເທດບ້ານໃກ້ເຮືອນຄຽງແລະ ການຮ່ວມມືຮອບດ້ານລະຫວ່າງຈີນ ກັບ ອິນໂດເນເຊຍມາໂດຍຕະຫຼອດ.ການຢ້ຽມຢາມເທື່ອນີ້ແມ່ນທ່ານຫຼີຊຽງຢ້ຽມຢາມປະເທດອາຊີເປັນເທື່ອທຳອິດພາຍຫຼັງທ່ານຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີຈີນແລ້ວ, ກໍ່ແມ່ນນາຍົກລັດຖະມົນຕີຈີນຢ້ຽມຢາມອິນໂດເນເຊຍໃນຮອບ 5 ປີ ແລະ ພໍດີກົງຳກັບເວລາທີ່ສອງປະເທດສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຄອບ 10 ປີ, ຈຶ່ງມີຄວາມໝາຍສຳຄັນຕໍ່ການຂະຫຍາຍການພົວພັນລະຫວ່າງສອງປະເທດ. ທ່ານຫຼີຊຽງຈະພົບປະເຈລະຈາກັບທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເພື່ອແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນຈີນ-ອິນໂດເນເຊຍ ພ້ອມດ້ວຍ ບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ. ໃນໄລຍະການຢ້ຽມຢາມ, ທ່ານຫຼີຊຽງຍັງຈະເຂົ້າຮ່ວມກິດຈະກຳຕ່າງໆ ເຊັ່ນ: ງານລ້ຽງຕ້ອນຮັບຂອງວົງການອຸດສາຫະກຳແລະການຄ້າເປັນຕົ້ນ, ເຊື່ອວ່າຈະເພີ່ມພະລັງແຮງໃໝ່ເຂົ້າໃນການຮ່ວມມືທີ່ຕິດແທດຕົວຈິງດ້ານເສດຖະກິດການຄ້າລະຫວ່າງສອງປະເທດ.

 

     ທ່ານວ່າງເວີນປິ່ນກ່າວຕື່ມວ່າ, ຈີນຫວັງວ່າຜ່ານການຢ້ຽມຢາມເທື່ອນີ້ ຈະສາມາດຮ່ວມກັບອິນໂດເນເຊຍເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍ, ລົງເລິກການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ຊ່ວຍການສ້າງຄວາມທັນສະໄໝຂອງປະເທດໃຜລາວ, ພ້ອມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.