ຈະຈັດເວທີເປິກສາຫາລືການຮ່ວມມື ແລະ ການພັດທະນາດ້ານພະລັງງານໄຟຟ້າຈີນ-ອາຊຽນປີ 2023

2023-09-02 10:59:36 CRI

    ໃນຖານະທີ່ເປັນໜຶ່ງໃນກິດຈະກຳວິຊາສະເພາະອັນສຳຄັນໃນໄລຍະງານວາງສະແດງສິນຄ້າຈີນ-ອາຊຽນ, ເວທີເປິກສາຫາລືການຮ່່ວມມື ແລະ ການພັດນາດ້ານພະລັງງານໄຟຟ້າຈີນ-ອາຊຽນປີ 2023 ຈະຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນລະຫວ່າງວັນທີ 16 ຫາ 17 ກັນຍານີ້. ເວທີເປິກສາຫາລືດັ່ງກ່າວຈະເຊື້ອເຊີນບຸກຄົນວົງການຕ່າງໆເຊັ່ນ: ລັດຖະບານ, ວິສາຫະກິດພະລັງງານໄຟຟ້າ, ສະຖາບັນຄົ້ນຄວ້າ, ວິສາຫະກິດເຕັກນິກອຸປະກອນເປັນຕົ້ນຂອງຈີນ ແລະ ບັນດາປະເທດອາຊຽນ ເພື່ອຈ້ອງມອງທ່າອຽງການພັດທະນາຂອງຂະແໜງການ ແລະ ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ.



     ໃນໄລຍະຈັດເວທີເປິກສາຫາລື ຍັງຈະຈັດງານວາງສະແດງພະລັງງານໄຟຟ້າຂອງງານວາງສະແດງສິນຄ້າຈີນ-ອາຊຽນ ໂດຍຈະໂຮມສູນວາງສະແດງເຄື່ອງປະກອບອັນກ້າວໜ້າ ແລະ ເຕັກໂນໂລຊີທັນສະໄໝໃນຂົງເຂດທີ່ຈີນ ກັບ ອາຊຽນຈະດຳເນີນການຮ່ວມມືເປັນຈຸດໜັກຕ່າງໆ ເຊັ່ນ:ພະລັງງານໄຟຟ້າສີຂຽວ ແລະ ລົດຍົນພະລັງງານໃໝ່ເປັນຕົ້ນ.