ເຈົ້າຊີວິດໄທຊົງອະນຸມັດລາຍຊື່ຄະນະລັດຖະບານຊຸດໃໝ່

2023-09-03 14:51:59 cri

ວັນທີ 2 ກັນຍານີ້, ເວັບໄຊຂອງປະເທດໄທ ໄດ້ປະກາດພະລາຊະດຳລັດວ່າ, ສົມເດັດ ມະຫາວະຊິຣາລົງກອນ ຊົງໄດ້ອະນຸມັດລາຍຊື່ຂອງຄະນະລັດຖະບານໄທຊຸດໃໝ່.

ພະລາຊະດຳລັດລະບຸວ່າ: ເຈົ້າຊີວິດຊົງໄດ້ອະນຸລັດບັນຊີລາຍຊື່ລັດຖະມົນຕີ ແລະ ຮອງລັດຖະມົນຕີຕ່າງໆທີ່ສະເໜີໂດຍທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີຄົນໃໝ່.

ຄະນະລັດຖະບານຊຸດໃໝ່ປະກອບດ້ວຍ 34 ຄົນ, ທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ, ຮອງນາຍົກລັດຖະມົນຕີມີ 6 ຄົນ. ນອກນີ້, ພັກເພື່ອໄທຍັງໄດ້ກຳກັບກະຊວງການຄ້າ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງວັດທະນະທຳ ແລະ ກະຊວງຄົມມະນາຄົມ.