ຮ່ວມກັນຊົມໃຊ້ໂອກາດຄັ້ງປະຫວັດແຫ່ງການພັດທະນາການຄ້າການບໍລິການ ຊຸກຍູ້ໃຫ້ເສດຖະກິດຟື້ນຟູຄືນຢ່າງຕໍ່ເນື່ອງ

2023-09-03 12:32:42 CRI


ວັນທີ 2 ກັນຍາ 2023, ກອງປະຊຸມສຸດຍອດການຄ້າການບໍລິການທົ່ວໂລກຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວີດີໂອໂດຍກ່າວວ່າ, ຖ້າເສດຖະກິດໂລກເປີດກວ້າງກໍຈະຈະເລີນ, ຖ້າປິດກັ້ນກໍຈະຊຸດໂຊມລົງ. ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ. ທ່ານຍັງຮຽກຮ້ອງໃຫ້ປະເທດຕ່າງໆຢູ່ໃນໂລກ ຮ່ວມກັນຊົມໃຊ້ໂອກາດຄັ້ງປະຫວັດແຫ່ງການພັດທະນາການຄ້າການບໍລິການທົ່ວໂລກ, ຊຸກຍູ້ໃຫ້ເສດຖະກິດຟື້ນຟູຄືນຢ່າງຕໍ່ເນື່ອງ.



ໃນຖານະເປັນພາກສ່ວນໜຶ່ງທີ່ມີພະລັງຊີວິດຊີວາທີ່ສຸດໃນດ້ານການຄ້າສາກົນ, ການບໍລິການໄດ້ກາຍເປັນເສົາຄ້ຳຂອງເສດຖະກິດໂລກ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າການບໍລິການທົ່ວໂລກໄດ້ກວມເອົາ 65% ຂອງຍອດມູນຄ່າການຜະລິດທົ່ວໂລກ,ການສ້າງວຽກເຮັດງານທຳຈາກການບໍລິການແມ່ນກວມ 2 ສ່ວນ 3 ຢູ່ປະເທດພວມພັດທະນາ ແລະກວມ 4ສ່ວນ 5 ຂອງປະເທດທີ່ພັດທະນາແລ້ວ. ທ່ານສີຈິ້ນຜິງເຄີຍກ່າວວ່າ, ການຄ້າການບໍລິການ ແລະ ການຮ່ວມມືດ້ານການບໍລິການໃນທົ່ວໂລກໄດ້ພັດທະນາກ້າວລົງສູ່ລວງເລິກ, ຂະບວນການຫັນເປັນແບບດີຈີຕອນ, ຫັນເປັນແບບອັດສະລິຍະ ແລະ ຫັນເປັນແບບສີຂຽວໄດ້ເລັ່ງໄວຂຶ້ນ, ເຕັກໂນໂລຊີໃໝ່, ຮູບແບບຂະແໜງການໃໝ່ ແລະ ຮູບແບບໃໝ່ໄດ້ກຳເນີດເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນການຊຸກຍູ້ຂະບວນໂລກາພິວັດດ້ານເສດຖະກິດ, ຟື້ນຟູພະລັງຊີວິດຂອງເສດຖະກິດໂລກ ແລະເພີ່ມຄວາມເຂັ້ມແຂງໃຫ້ເສດຖະກິດໂລກ.



ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ໃນໄລຍະ 15 ປີທີ່ຜ່ານມາ, ຈີນໄດ້ນຳເຂົ້າການບໍລິການທີ່ມີມູນຄ່າ 4. 500 ຕື້ໂດລາ, ຊຸກຍູ້ໃຫ້ປະລິມານນຳເຂົ້າການບໍລິການທົ່ວໂລກເພີ່ມຂຶ້ນ 10,4%. ປີ 2022ຜ່ານມາ, ຍອດມູນຄ່າຂາເຂົ້າຂາອອກດ້ານການບໍລິການຂອງຈີນເປັນອັນດັບທີ 2 ຂອງໂລກ 9 ປີຕິດຕໍ່ກັນ, ມີ 200 ກວ່າປະເທດ ແລະ ເຂດແຄວ້ນໄດ້ແລກປ່ຽນດ້ານການຄ້າການບໍລິການກັບຈີນ.


ພ້ອມກັນນັ້ນ, ຈີນໄດ້ຜ່ານການເປີດປະຕູສູ່ພາຍນອກດ້ານກົນໄກ ແລະ ລະບຽບການເພື່ອປະດິດສ້າງ ຊ່ອງທາງໃໝ່ໃຫ້ແກ່ການພັດທະນາດ້ານການຄ້າການບໍລິການຂອງໂລກ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນແມ່ນໜຶ່ງໃນມາດຕະການທີ່ປະດິດສ້າງໃໝ່. ນັບແຕ່ເລີ່ມຕົ້ນຈັດຂຶ້ນເມື່ອປີ 2012 ເປັນຕົ້ນມາ, ໄດ້ດຶງດູດນັກທຸລະກິດ 6 ແສນກວ່າບໍລິສັດ, ສະມາຄົມການຄ້າຂອງຕ່າງປະເທດ 600 ກວ່າອົງການທີ່ມາຈາກ 196 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ງານຕະຫຼາດນັດປີ 2023 ນີ້, ມີ 51 ປະເທດ ແລະ 24 ອົງການຈັດຕັ້ງສາກົນໄດ້ຈັດກິດຈະກຳວາງສະແດງ, ມີ2.200 ກວ່າວິສາຫະກິດໄດ້ເຂົ້າຮ່ວມການວາງສະແດງຜ່ານທາງອອຟລາຍ, ໃນນີ້ມີ 500 ບໍລິສັດທີ່ເຂັ້ມແຂງລະດັບໂລກ ແລະ ວິສາຫະກິດຫົວຈັກຫຼັກແຫຼ່ງໃນຂະແໜງການ ແມ່ນມີ 500 ກວ່າແຫ່ງໄດ້ເຂົ້າຮ່ວມ.

 

ນອກນີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນຍັງອີງຕາມທ່ວງທ່າໃໝ່ຂອງເສດຖະກິດໂລກ, ຍົກລະດັບເຕັກໂນໂລຊີດີຈີຕອນ ແລະ ຄວາມເປັນອັດສະລິຍະໃນດ້ານການຄ້າການບໍລິການ, ເຊິ່ງກາຍເປັນເວທີສຳຄັນທີ່ນຳໜ້າໃນດ້ານເຕັກໂນໂລຊີໃໝ່ ແລະ ການບໍລິການໃນຂະແໜງການບໍລິການຢູ່ທົ່ວໂລກ, ສະໜອງໂອກາດຢ່າງຮອບດ້ານໃຫ້ແກ່ວິສາຫະກິດປະເທດຕ່າງໆເຊື່ອມໂຍງເຂົ້າກັບຕະຫຼາດໃຫຍ່ຂອງຈີນ.