ໃນໄລຍະພັກລະດູຮ້ອນປີນີ້ມີຜູ້ເຂົ້າອອກເມືອງຜ່ານດ່ານຣຸ້ຍລີ້ ລະຫວ່າງຈີນກັບມຽນມາຫຼາຍກວ່າ 770.000 ເທື່ອຄົນ

2023-09-04 16:50:55 cri


ສະຖານີກວດຄົນເຂົ້າອອກເມືອງຂອງດ່ານຣຸ້ຍລີ້ເປີດເຜີຍໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ຜູ້ເດີນທາງເຂົ້າອອກຊາຍແດນໂດຍຜ່ານດ່ານຣຸ້ຍລີ້ລະຫວ່າງຊາຍແດນຈີນກັບມຽນມາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນໄລຍະພັກລະດູຮ້ອນປີນີ້ (ວັນທີ 1 ກໍລະກົດຫາວັນທີ 31 ສິງຫາ) ມີຜູ້ເຂົ້າອອກເມືອງບັນລຸເຖິງ 770.000 ລ້ານເທື່ອຄົນ.

ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ຜູ້ເດີນທາງຈີນ ແລະ ມຽນມາທີ່ດຳເນີນການຄ້າຂາຍຢູ່ຊາຍແດນ, ຢ້ຽມຢາມຍາດພີ່ນ້ອງ ແລະ ໝູ່ເພື່ອນ, ການຮ່ວມມືດ້ານການຄ້າ ໂດຍຜ່ານດ່ານຣຸ້ຍລີ້ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຜູ້ເດີນທາງເຂົ້າອອກເມືອງເພີ່ມຈາກ 600 ກວ່າເທື່ອຄົນສະເລ່ຍຕໍ່ມື້ໃນເດືອນມັງກອນຂຶ້ນເປັນ 13.000 ກວ່າເທື່ອຄົນຕໍ່ມື້ໃນເດືອນສິງຫາ. ໃນ 8 ເດືອນປີ 2023, ຜູ້ເດີນທາງເຂົ້າອອກເມືອງໂດຍຜ່ານດ່ານດັ່ງກ່າວລວມແລ້ວບັນລຸເຖິງ 1,929 ລ້ານເທື່ອຄົນ, ໄດ້ກວດກາລົດເຖິງ 4,14 ແສນເທື່ອຄັນ.