ນະຄອນຫາງໂຈ່ວຈະຖືກນຳສະເໜີໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໃນຖານະເປັນ “ເມືອງສະເໜ່” ຂອງຈີນ

2023-09-04 14:43:51 cri

ວັນທີ 3 ກັນຍານີ້, ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນແຈ້ງຂ່າວໃຫ້ຮູ້ວ່າ: ນະຄອນຫາງໂຈ່ວຈະຖືກນຳສະເໜີໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໃນຖານະເປັນ “ເມືອງສະເໜ່” ຂອງຈີນ ເພື່ອວາງສະແດງຄວາມມີສະເໜ່ ແລະ ຄວາມມີຊີວິດຊີວາຂອງນະຄອນຫາງໂຈ່ວຕໍ່ໂລກຢ່າງຮອບດ້ານ ພ້ອມທັງຈະຈັດງານພົບປະສັງສັນການຮ່ວມມືແລະແລກປ່ຽນດ້ານເສດຖະກິດການຄ້າໃນໄລຍະຈັດງານວາງສະແດງ ເພື່ອຊຸກຍູ້ການຮ່ວມມືຕົວຈິງ.


ຕາມຂ່າວແຈ້ງໃຫ້ຮູ້ວ່າ: ເຂດວາງສະແດງຫາງໂຈ່ວພາດຫົວຂໍ້ວ່າ: “ສ້າງມະຫານະຄອນສາກົນທັນສະໄໝແບບສັງຄົມນິຍົມລະດັບແຖວໜ້າຂອງໂລກ” ໂດຍເນັ້ນໃສ່ການສ້າງ “ຕົວເມືອງທີ່ມີການປະດິດສ້າງໃໝ່ ແລະ ມີພະລັງຊີວິດ, ຕົວເມືອງທີ່ມີຊື່ສຽງດ້ານປະຫວັດສາດແລະວັດທະນະທຳ ແລະ ຕົວເມືອງທີ່ມີຄວາມສີວິໄລດ້ານລະບົບນິເວດ”, ວາງສະແດງ 3 ພາກສ່ວນໃຫຍ່ທີ່ມີເອກະລັກພິເສດຂອງນະຄອນຫາງໂຈ່ວ ຄື: ເອຊຽນເກມ, ເສດຖະກິດດີຈີຕອນ ແລະ ມໍລະດົກໂລກໃຫຍ່ 3 ແຫ່ງ ດ້ວຍເຕັກນິກວາງສະແດງທີ່ທັນສະໄໝ, ການອັດສຽງ, ວີດິໂອ, ວັດຖຸພັນ ແລະ ຮູບແບບອື່ນໆ.