ຊາວຈີນຫວັງຢູ່ທຸກວເລາວ່າວັດຖຸບູຮານຈີນທີ່ຕົກໄປຢູ່ຕ່າງປະເທດຈະໄດ້ກັບຄືນປະເທດຈີນ

2023-09-05 09:12:43 cri

ຫວ່າງມໍ່ໆມານີ້, ວິດີໂອສັ້ນເລື່ອງ “ໜີອອກຈາກຫໍພິພິທະພັນອັງກິດ” ມີຊື່ສຽງຂຶ້ນໃນສື່ສັງຄົມອອນລາຍຂອງຈີນ ວິດີໂອສັ້ນເລື່ອງນີ້ໄດ້ພັນລະນາເປັນດັ່ງຄົນໂດຍໄດ້ເລົ່າເຖິງເລື່ອງທີ່ວັດຖຸບູຮານຂອງຈີນໃນຫໍພິພິທະພັນອັງກິດໄດ້ໜີອອກຈາກຫໍພິພິທະພັນ ເພື່ອຊອກເສັ້ນທາງກັບຄືນປະເທດຈີນ: ເຕົ້າຢົກຈີນໜ່ວຍໜຶ່ງໄດ້ພົບນັກຂ່າວຈີນທີ່ໄປເຮັດວຽກຢູ່ຕ່າງປະເທດ, ເມື່ອໄດ້ຍິນຄຳເວົ້າພາສາຈີນທີ່ຄຸ້ນຫູ, ເຕົ້າຢົກນີ້ຕື່ນເຕັ້ນດີໃຈວ່າ: “ຂ້ອຍຫຼົງທາງແລ້ວ, ຂ້ອຍບໍ່ຮູ້ທາງກັບບ້ານ.” “ຂໍໃຫ້ເຈົ້າພາຂ້ອຍກັບຄືນປະເທດຈີນໄດ້ບໍ?” ອາດເວົ້າໄດ້ວ່າ, ຊາວຈີນທຸກຄົນລ້ວນແຕ່ຈະມີຄວາມເສຍດາຍຕໍ່ວັດຖຸບູຮານຈີນທີ່ຕົກຢູ່ຕ່າງປະເທດ. ເມື່ອໄດ້ຍິນຄຳເວົ້າໃນວິດີໂອສັ້ນດັ່ງກ່າວ, ກໍມີຄວາມຮູ້ສຶກສະເທືອນໃຈຢ່າງເລິກເຊິ່ງ. ປັດຈຸບັນ, ວິດີໂອສັ້ນດັ່ງກ່າວໄດ້ສາຍອອກມາເປັນ 2 ພາກແລ້ວ, ພາກລະບໍ່ກາຍ 5 ນາທີ, ແຕ່ວ່າ, ພັດໄດ້ເຮັດໃຫ້ຊາວເນັດທັງຫຼາຍຂອງຈີນຕິດໃຈນຳ ແລະ ໄດ້ຮັບການຕີລາຄາສູງຈາກຄົນທັງຫຼາຍຢ່າງຫຼວງຫຼາຍ.


ໃນເວັບໄຊທາງການຂອງຫໍພິພິທະພັນອັງກິດສະແດງໃຫ້ເຫັນວ່າ, ຫໍພິພິທະພັນອັງກິດໄດ້ເກັບຮັກສາວັດຖຸບູຮານຈີນຫຼາຍກວ່າ 23.000 ອັນ, ໄດ້ວາງສະແດງເປັນໄລຍະຍາວມີປະມານ 2.000 ອັນ, ເກືອບກວມເອົາວັດຖຸບູຮານທຸກປະເພດ ແລະ ທຸກສະໄໝໃນປະຫວັດສາດຂອງຈີນ.


ເຖິງວ່າເຈົ້າໜ້າທີ່ຫໍພິພິທະພັນອັງກິດຈະກ່າວວ່າ: ວັດຖຸບູຮານທີ່ຫໍພິພິທະພັນຕົນເກັບຮັກສານັ້ນແມ່ນໄດ້ມາດ້ວຍວິທີບໍລິຈາກ, ຊື້ ຫຼື ແລກປ່ຽນເປັນຕົ້ນ, ແຕ່ທີ່ຈິງແລ້ວ, ວັດຖຸບູຮານເຫຼົ່ານີ້ລ້ວນແຕ່ແມ່ນຄົນອັງກິດຢຶດ ຫຼື ປຸ້ນຈາກຈີນໃນສະໄໝສົງຄາມ. ທ່ານວິກຕໍ ຮຸຍໂກ ນັກປະພັນທີ່ມີຊື່ສຽງຂອງຝຣັ່ງເຄີຍຂຽນວ່າ: “ຜູ້ຊະນະໄດ້ກັບຄືນເອີຣົບແບບເຕັມຖົງເຕັມກະເປົາ, ແຕ່ຂ້ອຍພັດໄດ້ເຫັນວ່າ, ນີ້ແມ່ນການລັກ ແລະ ເປັນການປຸ້ນສອງຢ່າງນີ້ເທົ່ານັ້ນ.” ກໍດັ່ງການບອກເລົ່າໃນວິດີໂອສັ້ນດັ່ງກ່າວ, ຍ້ອນວ່າການຄຸ້ມຄອງບໍ່ເປັນລະບຽບ, ມິ່ງຂວັນສິລະປະເຫຼົ່ານີ້ບໍ່ໄດ້ເສີມຂະຫຍາຍບົດບາດດ້ານການສືບທອດປະຫວັດສາດ ແລະ ວັດທະນະທຳ, ຫາກໄດ້ປະເຊີນກັບຊາຕາກຳທີ່ຖືກລັກ, ຖືກທຳລາຍ ຫຼື ຖືກຂາຍຢູ່ຕາມທາງອິນເຕີເນັດອີກ.

ເມື່ອສັງເກດໃນຂອບເຂດທົ່ວໂລກແລ້ວ, ໃນຫໍພິພິທະພັນຢ່າງໜ້ອຍ 218 ແຫ່ງໃນ 47 ປະເທດ, ຍັງໄດ້ເກັບຮັກສາວັດຖຸບູຮານຈີນ 1,67 ລ້ານອັນ. ຕາມສະຖິຕິ, ພຽງນັບແຕ່ສົງຄາມຢາຝິ່ນເມື່ອປີ 1840 ເປັນຕົ້ນມາ, ມີວັດຖຸບູຮານຈີນຫຼາຍກວ່າ 10 ລ້ານອັນຖືກຂົນອອກຈາກຈີນຍ້ອນສົງຄາມ, ການຄ້າບໍ່ຍຸຕິທຳ ແລະ ສາເຫດອື່ນໆ.


ທີ່ຈິງແລ້ວ, ຊາວຈີນໄດ້ເອົາໃຈໃສ່ຕໍ່ວັດຖຸບູຮານຈີນທີ່ຕົກໄປຢູ່ຕ່າງປະເທດມາໂດຍຕະຫຼອດ ແລະ ຫວັງຢູ່ທຸກວເລາວ່າ ວັດຖຸບູຮານເຫຼົ່ານີ້ຈະໄດ້ກັບຄືນປະເທດຈີນ. ນັບແຕ່ປີ 1949 ຈົນມາເຖິງປັດຈຸບັນ, ຈີນໄດ້ຊຸກຍູ້ໃຫ້ວັດຖຸບູຮານຈີນທີ່ຕົກຢູ່ຕ່າງປະເທດກັບຄືນປະເທດຈີນຢ່າງສຳເລັດຜົນເຖິງ 300 ກວ່າເທື່ອລວມມີ 150.000 ກວ່າອັນ ດ້ວຍວິທີຕ່າງໆ ເຊັ່ນ: ການຮ່ວມມືດ້ານການປະຕິບັດກົດໝາຍ, ການກ່າວຟ້ອງທາງຕຸລາການ, ການເປິກສາຫາລືກັນເພື່ອບໍລິຈາກ, ການກອບກູ້ ແລະ ວິທີອື່ນໆ. ອາດເວົ້າໄດ້ວ່າ, ເສັ້ນທາງກັບຄືນປະເທດຂອງວັດຖຸບູຮານເຫຼົ່ານີ້ ໄດ້ເປັນສັກຂີພິຍານໃຫ້ແກ່ການພັດທະນາເສດຖະກິດຂອງຈີນ, ຖານະບົດບາດ ແລະ ກຳລັງສັງລວມແຫ່ງຊາດຂອງຈີນໄດ້ຖືກຍົກສູງຂຶ້ນ ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ.

ວັດຖຸບູຮານຈີນທຸກອັນລ້ວນແຕ່ເປັນພາກສ່ວນໜຶ່ງໃນຊັບພະຍາກອນມໍລະດົກວັດທະນະທຳທີ່ເກີດໃໝ່ບໍ່ໄດ້, ເຊິ່ງໄດ້ຝັງໄວ້ຢູ່ໃນຈິດໃຈສ່ວນເລິກຂອງປະຊາຊົນຈີນ. ບໍ່ວ່າຈະຖືກລັກຄ້າຂາຍເຖື່ອນໄປເຖິງບ່ອນໃດ, ຈີນຈະບໍ່ມີວັນເສຍສິດໃນການຄືນສູ່ປະເທດຈີນ. ຄົນທັງຫຼາຍຫວັງວ່າ, ວິດີໂອສັ້ນເລື່ອງ “ໜີອອກຈາກຫໍພິພິທະພັນອັງກິດ” ເລື່ອງນີ້ຈະມີບົດບາດນັບມື້ນັບຫຼາຍຂຶ້ນ ເພື່ອໄດ້ເລົ່າເຖິງເລື່ອງລາວຂອງວັດຖຸບູຮານທຸກອັນທີ່ຖືກເກັບຮັກສາຢູ່ໃນຫໍພິພິທະພັນອັງກິດ ຕະຫຼອດຮອດຫໍພິພິທະພັນແຫ່ງອື່ນໆໃນຂອບເຂດທົ່ວໂລກ.