ເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນແຫ່ງທຳອິດຂອງຈີນເລີ່ມທົດລອງເປີດບໍລິການ

2023-09-05 11:06:34 cri

ວັນທີ 4 ກັນຍານີ້, ກອງປະຊຸມຖະແຫຼງຂ່າວກ່ຽວກັບການທົດລອງເປີດບໍລິການຂອງເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນນ້ຳຕົກຕາດເຕີທ່ຽນຈີນ-ຫວຽດນາມແຈ້ງໃຫ້ຮູ້ວ່າ: ເຂດຮ່ວມມືດັ່ງກ່າວຈະເລີ່ມທົດລອງເປີດບໍລິການນັບແຕ່ວັນທີ 15 ກັນຍາ 2023 ຫາວັນທີ 14 ກັນຍາ 2024, ພິທີເປີດການທົດລອງບໍລິການດັ່ງກ່າວຈະຈັດຂຶ້ນໃນເວລາ 10 ໂມງຂອງວັນທີ 15 ກັນຍານີ້.

ເຂດຮ່ວມມືດັ່ງກ່າວແມ່ນໂຄງການຮ່ວມກັນກໍ່ສ້າງ ແລະ ປະຕິບັດ ລະຫວ່າງເຂດກວາງຊີຈີນ ແລະ ແຂວງກາວບັງຫວຽດນາມ ພາຍຫຼັງຈີນ ແລະ ຫວຽດນາມໄດ້ເຊັນສັນຍາວ່າດ້ວຍການຮ່ວມມືອະນຸລັກ ແລະ ພັດທະນາຊັບພະຍາກອນທ່ອງທ່ຽວນ້ຳຕົກຕາດເຕີທ່ຽນ ພ້ອມທັງເປັນເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນແຫ່ງທຳອິດຂອງຈີນ.