ແຊັກບີ, ປານາມາ ແລະ ກູເວດລົງນາມເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້

2023-09-05 14:24:47 cri

ວັນທີ 4 ກັນຍານີ້ຕາມເວລາທ້ອງຖິ່ນ, ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ແຊັກບີ, ປານາມາ ແລະ ກູເວດໄດ້ລົງນາມເຂົ້າຮ່ວມສົນທິສັນຍາການໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້ ຫຼື TAC. ປັດຈຸບັນ, ລວມມີ 54 ປະເທດໄດ້ເຂົ້າຮ່ວມສົນທິສັນຍາດັ່ງກ່າວ. ໃນເດືອນກໍລະກົດປີນີ້, ອາຣັບບີຊາອຸດິດໄດ້ລົງນາມເຂົ້າຮ່ວມສົນທິສັນຍາດັ່ງກ່າວຢູ່ອິນໂດເນເຊຍເຊັ່ນດຽວກັນ.

ລະຫວ່າງວັນທີ 2 ຫາ 7 ກັນຍານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ ທີ່ເປັນປະເທດປະທານໝູນວຽນອາຊຽນ ໂດຍມີຄະນະຜູ້ແທນທີ່ມາຈາກປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນລວມທັງໝົດ 22 ປະເທດ ກໍຄືອົງການສະຫະປະຊາຊາດ, ທະນາຄານໂລກ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມກອງປະຊຸມດັ່ງກ່າວ.