ກອງປະຊຸມເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝຈີນ-ອາຊຽນ 2023 ຈະຈັດຂຶ້ນຢູ່ເຂດກວາງຊີ

2023-09-05 10:12:37 CRI

ແຫຼ່ງຂ່າວຈາກພະແນກທຸລະກິດການຄ້າກວາງຊີ ສປ ຈີນແຈ້ງໃຫ້ຮູ້ໃນວັນທີ 5 ກັນຍານີ້ວ່າ: ກອງປະຊຸມເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝຈີນ-ອາຊຽນ 2023 ຈະຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໃນໄລຍະທີ່ຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20. ກອງປະຊຸມຄັ້ງນີ້ໄດ້ພາດຫົວຂໍ້ວ່າ: “ກຳໂອກາດແຫ່ງຍຸກດີຈີຕອນ ຮ່ວມກັນສ້າງອະນາຄົດໃຫ້ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ”, ຈະເຊື້ອເຊີນນັກການເມືອງຜູ້ສຳຄັນ, ຜູ້ແທນສະມາຄົມການຄ້າ, ຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງໃນວົງການການຄ້າເອເລັກໂຕຣນິກ ພ້ອມດ້ວຍຜູ້ປະກອບການຊັ້ນນຳຂອງວິສາຫະກິດຈີນ ແລະ ອາຊຽນເຂົ້າຮ່ວມ ເພື່ອເປິກສາຫາລືຮ່ວມກັນກ່ຽວກັບໂອກາດໃໝ່ດ້ານການພັດທະນາເສດຖະກິດດີຈີຕອນຈີນ-ອາຊຽນໃນສະພາບການໃໝ່, ຮ່ວມກັນສ້າງຮູບແບບໃໝ່ຂອງການຮ່ວມມືດ້ານເສດຖະກິດການຄ້າສາກົນ ແລະ ຮ່ວມກັນສະແຫວງຫາການພັດທະນາ “ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ” ດ້ວຍຄຸນນະພາບສູງ.


ໃນໄລຍະຈັດກອງປະຊຸມຄັ້ງນີ້ຍັງຈະເປີດເຜີຍຜົນການຄົ້ນຄວ້າຂະແໜງການຕ່າງໆ ເຊັ່ນ: ດັດຊະນີການພັດທະນາການຮ່ວມມືດ້ານການຄ້າເອເລັກໂຕຣນິກຈີນ-ອາຊຽນເປັນຕົ້ນ, ຊຸກຍູ້ສົ່ງເສີມການເຊັນສັນຍາໂຄງການການຄ້າເອເລັກໂຕຣນິກທີ່ສຳຄັນຈຳນວນໜຶ່ງ, ຈັດກິດຈະກຳການຊື້ສິນຄ້າທີ່ມີເອກະລັກພິເສດຂອງອາຊຽນຜ່ານທາງອອນລາຍ ແລະກິດຈະກຳອື່ນໆ.