ງານຕະຫຼາດນັດການຄ້າການບໍລິການສາກົນຈີນທີ່ນັບມື້ນັບຄຶກຄື້ນໄດ້ເຮັດໃຫ້ຖ້ອຍຄວາມທີ່ເຫັນໄປໃນທາງລົບຕໍ່ເສດຖະກິດຈີນໄດ້ໝົດສິ້ນໄປເອງໂດຍບໍ່ຕ້ອງເຮັດຫຍັງ!

2023-09-05 20:22:43 cri

ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2023 ທີ່ເນັ້ນຫົວຂໍ້ “ນຳພາການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຮ່ວມມືກັນເພື່ອສ້າງອະນາຄົດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ ລະຫວ່າງວັນທີ 2 ຫາ 6 ກັນຍານີ້. ນີ້ແມ່ນງານວາງສະແດງສັງລວມຂະໜາດໃຫຍ່ທີ່ສຸດໃນຂົງເຂດການຄ້າການບໍລິການຂອງໂລກ, ທັງເປັນເວທີເປີດກວ້າງການເປີດປະຕູສູ່ພາຍນອກທີ່ສຳຄັນຂອງຈີນ.

ຄວາມຮູ້ສຶກອັນພົ້ນເດັ່ນຢ່າງໜຶ່ງຂອງຄົນທັງຫຼາຍກໍຄື, ງານຕະຫຼາດນັດການຄ້າການບໍລິການໃນປີນີ້ຄຶກຄື້ນກວ່າເກົ່າ, ທັງມີຄວາມເປັນສາກົນຫຼາຍກວ່າເກົ່າ, ວິສາຫະກິດທີ່ເຂົ້າຮ່ວມງານຕະຫຼາດນັດກໍຫຼາຍຂຶ້ນກວ່າເກົ່າ. ຕາມຂ່າວແຈ້ງວ່າ, ໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນຄັ້ງນີ້ມີ 59 ປະເທດ ແລະ 24 ອົງການຈັດຕັ້ງສາກົນໄດ້ຈັດງານວາງສະແດງສະເພາະ, ມີວິສາຫະກິດ 2.400 ກວ່າແຫ່ງເຂົ້າຮ່ວມ, ໃນນັ້ນມີວິສາຫະກິດນຳໜ້າຂະແໜງການ ແລະ 500 ວິສາຫະກິດລະດັບສຸດຍອດຂອງໂລກ 500 ກວ່າແຫ່ງ. ນອກນີ້, ໃນໄລຍະຈັດງານຕະຫຼາດນັດການຄ້າການບໍລິການຄັ້ງນີ້ຍັງຈະຈັດກອງປະຊຸມເວທີເປິກສາຫາລື, ງານໂຄສະນາ ແລະ ອື່ນໆອີກ 200 ກວ່າເທື່ອ.

ງານຕະຫຼາດນັດການຄ້າການບໍລິການສາກົນຈີນທີ່ນັບມື້ນັບຄຶກຄື້ນໄດ້ເຮັດໃຫ້ຖ້ອຍຄວາມທີ່ເຫັນໄປໃນທາງລົບຕໍ່ເສດຖະກິດຈີນໄດ້ໝົດສິ້ນໄປເອງໂດຍບໍ່ຕ້ອງເຮັດຫຍັງ!

ໜຶ່ງ, ຍ້ອນໄດ້ຮັບຜົນທະທ້ອນຈາກສະພາບການສົ່ງອອກສິນຄ້າເຄັ່ງຕຶງ ແລະ ປັດໄຈອື່ນໆຈຳນວນໜຶ່ງ, ສື່ມວນຊົນຕ່າງປະເທດຈຳນວນໜຶ່ງທີ່ເຫັນໄປໃນທາງລົບຕໍ່ເສດຖະກິດຈີນມາໂດຍຕະຫຼອດຕັ້ງໃຈກໍ່ຖ້ອຍຄວາມທີ່ວ່າ “ທຶນຕ່າງປະເທດຖອນອອກຈາກປະເທດຈີນ”, “ປະເທດຈີນບໍ່ມີກຳລັງດຶງດູດແລ້ວ” ຢ່າງຕໍ່ເນື່ອງ. ແຕ່ຄວາມຈິງທີ່ງານຕະຫຼາດນັດການຄ້າການບໍລິການສາກົນຈີນສະແດງໃຫ້ເຫັນນັ້ນພັດກົງກັນຂ້າມກັບທັດສະນະເຫຼົ່ານີ້, ສຳລັບບໍລິສັດຂ້າມຊາດສ່ວນຫຼາຍ ແລະ ປະເທດສ່ວນຫຼາຍແລ້ວ, ເຂົາເຈົ້າຢາກມາສະແຫວງຫາໂອກາດຢູ່ປະເທດຈີນພາຍຫຼັງສະພາບການແພ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ. ສ່ວນກຳລັງບົ່ມຊ້ອນດ້ານການພັດທະນາຂອງການຄ້າການບໍລິການຂອງປະເທດຈີນກໍເປັນທີ່ເຊີດຊູກຳລັງໃຈໃຫ້ເຂົາເຈົ້າ. ປີ 2022, ຍອດມູນຄ່າຂາເຂົ້າຂາອອກດ້ານການຄ້າການບໍລິການຂອງຈີນບັນລຸເຖິງປະມານ 6.000 ຕື້ຢວນ, ໄດ້ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໄດ້ຮັກສາຈັງຫວະເຕີບໂຕຢ່າງວ່ອງໄວ, ເປັນອັນດັບທີສອງຂອງໂລກ 9 ປີລຽນຕິດ. ສາມາດເຫັນໄດ້ວ່າ, ຕະຫຼາດຈີນຍັງມີກຳລັງດຶງດູດຢ່າງແຂງແຮງ.

ສອງ, ຄວາມຈິງໄດ້ຢັ້ງຢືນໃຫ້ເຫັນວ່າ “ການຕັດສາຍພົວພັນທາງເສດຖະກິດການຄ້າ”, “ການຫຼຸດຜ່ອນຄວາມສ່ຽງ” ເປັນເລື່ອງທີ່ເຫຼວໄຫຼທີ່ສຸດ. ຍົກຕົວຢ່າງວ່າ, ໃນຂົງເຂດເຕັກນິກລະດັບສູງທີ່ອາເມຣິກາອອກແຮງຢາກສະກັດກັ້ນການພັດທະນາຂອງຈີນນັ້ນ, ພັດໄດ້ກາຍເປັນໜຶ່ງໃນຈຸດເດັ່ນຕ່າງໆຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນຄັ້ງນີ້. ງານຕະຫຼາດນັດຄັ້ງນີ້ໄດ້ສະແດງເຕັກນິກໃໝ່ ແລະ ໝາກຜົນໃໝ່ຕ່າງໆໃນຂົງເຂດເຕັກນິກຊິບ, ການສຳຫຼວດວັດແທກດ້ວຍເຕັກນິກກວນຕຸມ, ການສຳຫຼວດໄລຍະທາງໄກໂດຍຜ່ານດາວທຽມ, ປັນຍາປະດິດ, ການປິ່ນປົວພະຍາດດ້ວຍເຕັກນິກດີຈີຕອນ ແລະ ອື່ນໆ, ແລະ ຈະປະກາດຜະລິດຕະພັນໃໝ່ ແລະ ເຕັກນິກໃໝ່ຈຳນວນໜຶ່ງທີ່ສາມາດນຳພາການປະດິດສ້າງໃໝ່ຂອງຂະແໜງການທີ່ກ່ຽວຂ້ອງ, ເພີ່ມຄວາມມີຊີວິດຊີວາ ແລະ ພະລັງແຮງໃໝ່ໃຫ້ແກ່ການພັດທະນາການຄ້າການບໍລິການ.

ພາຍຫຼັງງານຕະຫຼາດນັດການຄ້າການບໍລິການສ້າງຕັ້ງຂຶ້ນເມື່ອປີ 2012 ມາຮອດປັດຈຸບັນກໍເປັນເວລາ 11 ປີແລ້ວ. ປະເທດຕ່າງໆໃນໂລກໄດ້ອາໄສເຊິ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມກັນເຊິ່ງໄດ້ຮັບການຢັ້ງຢືນອີກຄັ້ງໜຶ່ງຈາກງານຕະຫຼາດນັດການຄ້າການບໍລິການ. ຄືດັ່ງຄວາມເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ໄດ້ເນັ້ນໜັກໃນໂອກາດກ່າວປາໄສໃນງານຕະຫຼາດນັດການຄ້າການບໍລິການຄັ້ງນີ້ວ່າ: ເສດຖະກິດໂລກຈະພັດທະນາຈາກການເປີດປະຕູສູ່ພາຍນອກ, ຖ້າປິດລ້ອມກໍຈະຊຸດໂຊມລົງ. ພວກເຮົາຄວນປົກປັກຮັກສາການຄ້າເສລີ ແລະ ກົນໄກການຄ້າຫຼາຍຝ່າຍທີ່ໄດ້ມາບໍ່ງ່າຍ, ແບ່ງປັນໂອກາດຄັ້ງປະຫວັດສາດດ້ານການພັດທະນາການຄ້າການບໍລິການຂອງໂລກ, ທຳຄວາມພະຍາຍາມຮ່ວມກັນເພື່ອສ້າງອະນາຄົດຂອງໂລກທີ່ສວຍງາມກວ່າເກົ່າ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ.