ກອງປະຊຸມຄົບຄະນະສະມາຄົມສິນເຊື່ອກະສິກຳ ແລະ ຊົນນະບົດອາຊີປາຊີຟິກສະໄໝທີ 23 ຈັດຂຶ້ນຢູ່ນະຄອນນານນິງ

2023-09-06 15:33:25 cri

ວັນທີ 5 ກັນຍາ 2023, ກອງປະຊຸມຄົບຄະນະສະມາຄົມສິນເຊື່ອກະສິກຳ ແລະ ຊົນນະບົດອາຊີປາຊີຟິກສະໄໝທີ 23 ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ, ມີ 89 ອົງການຈັດຕັ້ງທີ່ມາຈາກ 24 ປະເທດອາຊີປາຊີຟິກເຊັ່ນ: ໄທ, ຫວຽດນາມ, ອິນໂດເນເຊຍ, ປາກິດສະຖານ ແລະ ປະເທດອື່ນໆໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ຈະເລືອກຕັ້ງປະທານສະມາຄົມຄົນໃໝ່.

ກອງປະຊຸມຄັ້ງນີ້ໄດ້ເນັ້ນໃສ່ຫົວຂໍ້: “ການເງິນສີຂຽວ ແລະ ດິນຟ້າອາກາດເພີ່ມບົດບາດໃຫ້ແກ່ກະສິກຳ, ແມ່ແຮງທີ່ເປັນຂໍກະແຈຂອງລະບົບສະບຽງອາຫານແບບຍືນຍົງ”, ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ແບ່ງປັນປະສົບການເຄື່ອນໄຫວ ແລະ ບົດຮຽນທີ່ດີຂອງອົງການຕົນໃນການຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເງິນສີຂຽວ.