ຄົນທີ່ຕີຂ້ອຍບໍ່ແພ້ຈະເຮັດໃຫ້ຂ້ອຍເຂັ້ມແຂງກວ່າເກົ່າ

2023-09-06 16:23:17 cri

ຫວ່າງມໍ່ໆມານີ້, ໃນໄລຍະທ່ານນາງກີນາ ໄຣມົນໂດ ລັດຖະມົນຕີກະຊວງການຄ້າອາເມຣິກາຢ້ຽມຢາມຈີນ, ບໍລິສັດຫົວເຫວີຍຂອງຈີນໄດ້ເປີດໂຕໂທລະສັບມືຖືລຸ້ນ Mate 60. ພາຍໃຕ້ການລົງໂທດຂອງອາເມຣິກາ, ມືຖືລຸ້ນນີ້ທີ່ໄດ້ຕິດຕັ້ງແຜ່ນຊິບຄີຣິນ ທີ່ບໍລິສັດຫົວເຫວີຍຄົ້ນຄວ້າຜະລິດເອງ ໄດ້ເຮັດໃຫ້ທົ່ວໂລກເອົາໃຈໃສ່ເປັນຢ່າງສູງ. ມີສື່ມວນຊົນອາເມຣິກາເວົ້າວ່າ: “ການລົງໂທດຂອງອາເມຣິກາບໍ່ສາມາດສະກັດກັ້ນຄວາມຄືບໜ້າດ້ານເຕັກນິກສຳຄັນທີ່ເປັນຂໍກະແຈຂອງຈີນໄດ້.”


ໃນຫຼາຍປີມານີ້, ອາເມຣິກາໄດ້ກີດກັ້ນການພັດທະນາຂອງຈີນ ໃນທຸກຮູບແບບ. ໂດຍສະເພາະໃນຂົງເຂດແຜ່ນຊິບ, ໄດ້ປິດລ້ອມຈີນຢ່າງຮ້າຍແຮງ ໂດຍສະເພາະແມ່ນໃຊ້ຄວາມກົດດັນຢ່າງໜັກໜ່ວງຕໍ່ບໍລິສັດຫົວເຫວີຍ. ອາເມຣິກາໄດ້ນຳໃຊ້ສິດເປັນເຈົ້າອຳນາດດ້ານວິທະຍາສາດເຕັກໂນໂລຊີຂອງຕົນ, ປຸກລະດົມທົ່ວປະເທດອາເມຣິກາ ເພື່ອກົດດັນ ແລະ ລົງໂທດບໍລິສັດຫົວເຫວີຍ, ນອກນີ້, ຍັງໄດ້ຖ່ວງດຶງຍີ່ປຸ່ນ, ສ.ເກົາຫຼີ ແລະ ເຂດໄຕ້ຫວັນຈີນສ້າງເປັນ “ພັນທະມິດ 4 ຝ່າຍດ້ານແຜ່ນຊິບ” ເພື່ອບີບບັງຄັບບໍລິສັດຫົວເຫວີຍ ດ້ວຍຂໍ້ອ້າງທີ່ວ່າ: ການຮ່ວມມືດ້ານຕ່ອງໂສ້ການສະໜອງເຄິ່ງຕົວນຳ.


ໂດຍແນໃສ່ການໃຊ້ມາດຕະການຈຳກັດການສົ່ງອອກແຜ່ນຊິບຂອງອາເມຣິກາ, ຝ່າຍຈີນໄດ້ສະແດງທ່າທີມາຫຼາຍເທື່ອແລ້ວວ່າ: ການກະທຳແບບນີ້ໄດ້ຝືນກັບຫຼັກການແຂ່ງຂັນທີ່ຍຸດຕິທຳ ແລະ ຝືນກັບກະຕິກາເສດຖະກິດການຄ້າສາກົນ, ບໍ່ພຽງແຕ່ເປັນການທຳລາຍຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນເທົ່ານັ້ນ, ແຕ່ຍັງຈະທຳລາຍຜົນປະໂຫຍດຂອງວິສາຫະກິດອາເມຣິກາເອງອີກດ້ວຍ. ພາຍໃຕ້ເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ບໍລິສັດຫົວເຫວີຍບໍ່ໄດ້ຍອມຈຳນົນ, ແຕ່ພັດໄດ້ພະຍາຍາມຈົນສຸດຄວາມສາມາດຕື່ມອີກ. ເພື່ອບັນລຸການບຸກທະລຸດ້ານເຕັກນິກ, ບໍລິສັດຫົວເຫວີຍໄດ້ຈັດຕັ້ງກອງຕະລຸມບອນດ້ານເຕັກນິກຫຼາຍໜ່ວຍ.

ຄວາມພະຍາຍາມຢູ່ບ່ອນໃດ, ສຳເລັດຜົນກໍຈະຢູ່ບ່ອນນັ້ນ. ວັນທີ 17 ມີນາປີນີ້, ບໍລິສັດຫົວເຫວີຍປະກາດວ່າ, ຕົນໄດ້ສຳເລັດການຄົ້ນຄວ້າຜະລິດຊີ້ນສ່ວນທີ່ໃຊ້ທົດແທນການນຳເຂົ້າຈາກຕ່າງປະເທດ 13.000 ກວ່າອັນ ພາຍໃນເວລາ 3 ປີ. ເດືອນເມສາປີນີ້, ບໍລິສັດຫົວເຫວີຍໄດ້ເປີດໂຕລະບົບຄຸ້ມຄອງ “MetaERP”. ນັບແຕ່ເດືອນທັນວາປີກາຍເປັນຕົ້ນມາ, ບໍລິສັດຫົວເຫວີຍໄດ້ເປີດໂຕເຄື່ອງມື ແລະ ການບໍລິການດ້ານການພັດທະນາຮາດແວ ແລະ ຊອບແວ 11 ຢ່າງ. ອາດເວົ້າໄດ້ວ່າ, ທົ່ວຕ່ອງໂສ້ອຸດສາຫະກຳຂອງຫົວເຫວີຍໄດ້ “ປາສະຈາກການຜະລິດຂອງອາເມຣິກາ” ໂດຍພື້ນຖານແລ້ວ.


ບໍລິສັດຫົວເຫວີຍໄດ້ເປີດໂຕໂທລະສັບມືຖືລຸ້ນ Mate60 ໂດຍໃຊ້ເຕັກໂນໂລຊີໃໝ່ຫຼາຍຢ່າງຄັ້ງນີ້, ເບິ່ງແລ້ວຄືວ່າເໜືອຄວາມຄາດຄິດ, ມີຂຶ້ນຢ່າງກະທັນຫັນ ແລະ ເຮັດໃຫ້ຄົນທັງຫຼາຍຕື່ນເຕັ້ນດີໃຈນຳ, ແຕ່ພວກເຮົາສັງເກດຈາກໄລຍະເວລາຫ່າງຈາກນີ້ແລ້ວກໍເຫັນວ່າ, ນີ້ເປັນເລື່ອງທີ່ຕ້ອງເປັນໄປໄດ້ສຳລັບຫົວເຫວີຍ. ໂດຍປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກ ທີ່ອາເມຣິກາປະກາດບັນຊີລາຍຊື່ລົງໂທດຕະຫຼອດຮອດການຈຳກັດການສົ່ງອອກອຸປະກອນ, ຈົນກວ່າອອກກົດໝາຍຫຼາຍສະບັບ ເພື່ອປິດລ້ອມແລະບີບບັງຄັບຕໍ່ຈີນ, ວິສາຫະກິດເຕັກນິກສູງແລະໃໝ່ຂອງຈີນເປັນຕົ້ນແມ່ນ ບໍລິສັດຫົວເຫວີຍໄດ້ຜ່ານຜ່າຄວາມຫຍຸ້ງຍາກຮ້ອຍແປດພັນປະການກ້າຕໍ່ສູ້ກ້າເອົາຊະນະ ເຊິ່ງອາດເວົ້າໄດ້ວ່າ ນີ້ກໍໄດ້ສ່ອງແສງໃຫ້ເຫັນເຖິງຂະບວນການພັດທະນາຂອງຈີນ.


“ຄົນທີ່ຕີຂ້ອຍບໍ່ແພ້ຈະເຮັດໃຫ້ຂ້ອຍເຂັ້ມແຂງກວ່າເກົ່າ”, ນີ້ໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງບໍລິສັດຫົວເຫວີຍ ແລະ ກໍໄດ້ສ່ອງແສງໃຫ້ເຫັນເຖິງການພັດທະນາຂອງຂົງເຂດວິທະຍາສາດເຕັກໂນໂລຊີຂອງຈີນເຊັ່ນກັນ.