ໄຂກອງປະຊຸມສຸດຍອດອາຊຽນສະໄໝທີ 43

2023-09-06 15:34:57 cri

ວັນທີ 5 ກັນຍາ 2023, ກອງປະຊຸມສຸດຍອດອາຊຽນສະໄໝທີ 43 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍເຊິ່ງເປັນປະເທດປະທານໝູນວຽນອາຊຽນ.

ໃນຖານະເປັນປະເທດປະທານໝູນວຽນອາຊຽນ, ອິນໂດເນເຊຍໄດ້ຕັ້ງຫົວຂໍ້ຂອງກອງປະຊຸມສຸດຍອດຄັ້ງນີ້ວ່າ: “ຈຸດປະສົງສຳຄັນຂອງອາຊຽນ: ໃຈກາງແຫ່ງການເຕີບໂຕ”. ອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຫວັງວ່າອາຊຽນຈະສືບຕໍ່ເປັນໃຈກາງພັດທະນາເສດຖະກິດຂອງພາກພື້ນ, ເຮັດໃຫ້ເສດຖະກິດຂອງອາຊຽນເຕີບໂຕຢ່າງວ່ອງໄວ, ກວມລວມ ແລະ ຕໍ່ເນື່ອງ.

ກອງປະຊຸມສຸດຍອດຄັ້ງນີ້ ແລະ ກອງປະຊຸມຮ່ວມມືຕ່າງໆຂອງຜູ້ນຳອາຊີຕາເວັນອອກຈະຈັດຂຶ້ນລະຫວ່າງວັນທີ 5 ຫາ 7 ກັນຍານີ້, ໃນໄລຍະດັ່ງກ່າວຍັງຈະຈັດກອງປະຊຸມຜູ້ນຳອາຊຽນ-ຈີນ (10+1) ຄັ້ງທີ 26, ກອງປະຊຸມຜູ້ນຳອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ (10+3) ຄັ້ງທີ 26, ກອງປະຊຸມສຸດຍອດອາຊີຕາເວັນອອກ(EAS)ຄັ້ງທີ 18 ແລະກອງປະຊຸມອື່ນໆ.