ດ່ານບໍ່ຫານໄດ້ກວດກາແລະອະນຸຍາດໃຫ້ຜູ້ເດີນທາງເຂົ້າ-ອອກເມືອງຫຼາຍກວ່າ 1 ລ້ານເທື່ອຄົນ

2023-09-07 10:58:28 cri

ດ່ານບໍ່ຫານແມ່ນດ່ານຊາຍແດນທາງບົກລະດັບຊາດທີ່ໃຫຍ່ທີ່ສຸດລະຫວ່າງຈີນ ແລະ ລາວ, ຄຽງຄູ່ກັບການເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວ, ດ່ານດັ່ງກ່າວໄດ້ກາຍເປັນຊຸມທາງທີ່ສຳຄັນຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ" ແລະ ດ່ານເປີດປະຕູສູ່ພາຍນອກທີ່ສຳຄັນ ທີ່ອວ່າຍໜ້າໄປສູ່ແຫຼມອິນດູຈີນ.


ນັບມາຮອດວັນທີ 5 ກັນຍານີ້, ດ່ານບໍ່ຫານໄດ້ກວດກາແລະອະນຸຍາດໃຫ້ຜູ້ເດີນທາງເຂົ້າ-ອອກເມືອງໃນປີນີ້ ທີ່ມາຈາກ 64 ປະເທດ ແລະ ເຂດແຄວ້ນ ມີເຖິງ 1.000.541 ເທື່ອຄົນ, ກວດກາ ແລະ ອະນຸຍາດໃຫ້ລົດເຂົ້າ-ອອກເມືອງເຖິງ 236.914 ເທື່ອຄັນ, ການພັດທະນາຂອງດ່ານບໍ່ຫານປາກົດມີພະລັງຊີວິດນັບມື້ນັບຫຼາຍຂຶ້ນ.