ອາຊຽນເຜີຍແຜ່ຖະແຫຼງການປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 43

2023-09-07 10:28:29 cri

ວັນທີ 6 ກັນຍານີ້ຕາມເວລາທ້ອງຖິ່ນ, ກອງເລຂາອາຊຽນໄດ້ເຜີຍແຜ່ຖະແຫຼງການປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໂດຍລະບຸວ່າ: ກອງປະຊຸມສຸດຍອດຄັ້ງນີ້ໄດ້ທົບທວນຄືນຄວາມຄືບໜ້າຂອງວຽກງານທຸກລາຍການຂອງອາຊຽນ ແລະ ກ່າວຢ້ຳວ່າ, ອາຊຽນສຸມໃສ່ເພີ່ມຄວາມສາມາດ ແລະ ປະສິດທິພາບຂອງອົງການຈັດຕັ້ງອາຊຽນຕື່ມອີກ ເພື່ອຮັບມືກັບສິ່ງທ້າທາຍໃນປັດຈຸບັນ ແລະ ສືບຕໍ່ຮັກສາຖານະໃຈກາງແຫ່ງການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ໄດ້ກ່າວຢ້ຳເຖິງການຍຶດໝັ້ນສະໜັບສະໜູນ ແລະ ປົກປ້ອງລັດທິຫຼາຍຝ່າຍ, ປົກປັກຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ.


ຖະແຫຼງການລະບຸຕື່ມວ່າ: ອາຊຽນໂດຍຜ່ານການຮັບຮອງຖະແຫຼງການຫຼາຍສະບັບ ເພື່ອຊຸກຍູ້ການພັດທະນາໃນທຸກຂົງເຂດຂອງຕົນຈາກຫຼາຍດ້ານ, ເພີ່ມຄວາມສາມາດຂອງພາກພື້ນຕົນໃນຖານະເປັນໃຈກາງແຫ່ງການເຕີບໂຕ ເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານການພັດທະນາຂອງພາກພື້ນນີ້ຢ່າງເຕັມທີ່