10 ປີຜ່ານມາແລ້ວ, ເປັນຫຍັງ “ໜຶ່ງແລວໜຶ່ງເສັ້ນທາງ” ຈຶ່ງໄດ້ຮັບຄວາມນິຍົມນັບມື້ນັບຫຼາຍຂຶ້ນ

2023-09-07 16:52:33 cri

ເດືອນກັນຍາ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີແນວຄວາມຄິດຮ່ວມກັນສ້າງແລວທາງເສດຖະກິດເສັ້ນທາງສາຍໄໝຢູ່ມະຫາວິທະຍາໄລນະຈາບະເຢັບ ປະເທດກາຊັກສະຖານ. ຈາກນັ້ນມາເວລາໄດ້ຜ່ານໄປ 10 ປີແລ້ວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກຄວາມຝັນການເປັນຄວາມຈິງ, ເຮັດໃຫ້ເສັ້ນທາງສາຍໄໝທີ່ເກົ່າແກ່ຈາກໄລຍະພັນໄດ້ກັບມາມີພະລັງຊີວິດອີກຄັ້ງໃໝ່.

ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສຸມໃສ່ການພັດທະນາຮ່ວມກັນ, ຝ່າຍຕ່າງໆທີ່ກ່ຽວຂ້ອງໄດ້ຮັບຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ. ຕົວເລກຂໍ້ມູນຂອງກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ລະຫວ່າງປີ 2013 ຫາ 2022, ມູນຄ່າການຄ້າລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກ 1.040 ຕື້ໂດລາເພີ່ມຂຶ້ນເປັນ 2.070 ຕື້ໂດລາ, ມູນຄ່າການລົງທຶນເຊິ່ງກັນ ແລະ ກັນລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸຫຼາຍກວ່າ 270 ຕື້ໂດລາ. ໃນໄລຍະ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກໍ່ໃຫ້ເກີດໂຄງການຮ່ວມມືຫຼາຍກວ່າ 3.000 ໂຄງການ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 4 ແສນ 2 ໝື່ນຕຳແໜ່ງ, ເຮັດໃຫ້ປະຊາຊົນປະມານ 40 ລ້ານຄົນຂອງປະເທດເຫຼົ່ານັ້ນພົ້ນຈາກຄວາມທຸກຍາກ.

ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຍຶດໝັ້ນການເຊື່ອມໂຍງເຊື່ອມຈອດກັນ, ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນຂອງປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ. ປະເທດຈີນຮ່ວມກັບປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສຸມກຳລັງເພື່ອຊຸກຍູ້ໃຫ້ທົ່ວໂລກເຊື່ອມຈອດກັນ, ພັດທະນາກຳລັງບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດຕ່າງໆຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ຊ່ວຍເຫຼືອເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ແລະ ພັດທະນາຮ່ວມກັນ. ທາງລົດໄຟຈີນ-ລາວໄດ້ເນັ່ງຜ່ານພູຜາ ແລະ ແມ່ນ້ຳລຳເຊ, ກາຍເປັນ “ຊ່ອງທາງຄຳ” ໃນການຈໍລະຈອນສິນຄ້າລະຫວ່າງປະເທດ; ທາງລົດໄຟ Mombasa–Nairobi ໄດ້ເຊື່ອມຈອດພາກຕາເວັນອອກກັບພາກຕາເວັນຕົກ; ຄຳຂວັນທີ່ຕິດຢູ່ເທິງຂອງຂະບວນລົດໄຟທີ່ວ່າ “ເຊື່ອມຈອດປະເທດຊາດ ແລະ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ” ໄດ້ບັນລຸຜົນເປັນຈິງ; ທາງດ່ວນອານເຊລີຈາກພາກຕາເວັນຕົກຫາພາກຕາເວັນອອກເປີດນຳໃຊ້, ໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການພັດທະນາຂອງທ້ອງຖິ່ນ. ທາງລົດໄຟ, ທາງຫຼວງເຫຼົ່ານີ້ທີ່ວິສາຫະກິດຈີນເຂົ້າຮ່ວມການກໍ່ສ້າງນັ້ນ, ບໍ່ພຽງແຕ່ເປັນເສັ້ນທາງເຂົ້າການ, ເສັ້ນທາງຂົນສົ່ງ ແລະ ເສັ້ນທາງທ່ອງທ່ຽວເທົ່ານັ້ນ, ແຕ່ຍັງເສັ້ນທາງຫຼຸດຜ່ອນຄວາມທຸກຍາດ, ເສັ້ນທາງພັດທະນາ ແລະ ເສັ້ນທາງແຫ່ງຄວາມຫວັງອີກດ້ວຍ.

ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂອກາດໃຫ້ແກ່ເສດຖະກິດໂລກາພິວັດອີກຄັ້ງໃໝ່ໃນຂອບເຂດທົ່ວໂລກ. ໃນຊຸມປີຜ່ານມາ, ປະເທດຕາເວັນຕົກທີ່ພັດທະນາແລ້ວເລັ່ງລັດຊຸກຍູ້ລັດທິປົກປ້ອງການຄ້າຍ້ອນຄວາມຕ້ອງການດ້ານຜົນປະໂຫຍດຂອງຕົນ, ເຮັດໃຫ້ເສດຖະກິດໂລກາພິວັດໄດ້ຜະເຊີນກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ. ນີ້ເຮັດໃຫ້ຫຼາຍປະເທດ, ໂດຍສະເພາະແມ່ນປະເທດພວມພັດທະນາຈຳນວນຫຼວງຫຼາຍບໍ່ສາມາດແບ່ງປັນຜົນປະໂຫຍດການພັດທະນາຈາກໂລກາພິວັດ. ໃນການຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງຕັ້ງໜ້າ, ຈີນຍຶດໝັ້ນທິດທາງທີ່ຖືກຕ້ອງຂອງເສດຖະກິດໂລກາພິວັດ, ຊຸກຍູ້ການຄ້າ ແລະ ການລົງທຶນມີຄວາມເສລີ ແລະ ສະດວກຍິ່ງໆຂຶ້ນ, ຊຸກຍູ້ການຮ່ວມມືສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ, ຊຸກຍູ້ການປະສານກັນດ້ານນະໂຍບາຍລະຫວ່າງປະເທດ, ຮ່ວມກັນສ້າງສະພາບແວດລ້ອມສາກົນທີ່ມີຜົນດີຕໍ່ການພັດທະນາ, ເດັດດ່ຽວສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດພວມພັດທະນາທັງຫຼາຍເລັ່ງລັດພັດທະນາ.

ໂດຍຜ່ານການກໍ່ສ້າງ ແລະ ການພັດທະນາມາເປັນໄລຍະ 10 ປີ, “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີຮ່ວມມືສາກົນທີ່ເປີດກວ້າງ, ກວມລວມ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ທັງເປັນຜະລິດຕະພັນສາທາລະນະຂອງໂລກທີ່ໄດ້ຮັບຄວາມນິຍົມຊົມຊອບທົ່ວໄປຈາກປະຊາຄົມໂລກ. ນັບມາຮອດເດືອນມັງກອນ 2023, ໃນທົ່ວໂລກມີ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມືກັບຈີນຫຼາຍກວ່າ 200 ສະບັບພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”. ໂດຍຜ່ານການຈັດວາງຍຸດທະສາດພັດທະນາຂອງປະເທດຕົນເຊື່ອມຕໍ່ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງໂອກາດໃໝ່ໃຫ້ແກ່ປະເທດຕ່າງໆເພື່ອບັນລຸເປົ້າໝາຍພັດທະນາບົນເວທີທີ່ກວ້າງຂວາງກວ່າເກົ່າ.