ລັດຖະບານໄທຊຸດໃໝ່ສາບານຕົວເຂົ້າຮັບຕຳແໜ່ງ

2023-09-07 10:43:36 cri


ຕອນບ່າຍວັນທີ 5 ກັນຍາ 2023, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທຄົນໃໝ່ໄດ້ນຳພາຄະນະລັດຖະບານໄທຊຸດໃໝ່ສາບານຕົວຕໍ່ສົມເດັດ ມະຫາ ວາຊິຣາລົງກອນ ເຈົ້າຊີວິດໄທເພື່ອເຂົ້າຮັບຕຳແໜ່ງ, ເປັນຂີດໝາຍສະແດງໃຫ້ເຫັນວ່າລັດຖະບານໄທຊຸດໃໝ່ເລີ່ມປະຕິບັດງານຢ່າງເປັນທາງການແລ້ວ.

ພາຍຫຼັງພິທີສາບານຕົວ, ລັດຖະບານໄທຊຸດໃໝ່ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທຳອິດ. ທ່ານເສດຖາ ທະວີສິນ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ລັດຖະບານໄທຊຸດໃໝ່ຈະອອກແຮງຢ່າງສຸດຂີດເພື່ອຊຸກຍູ້ຄວາມຍຸຕິທຳ ແລະ ຄວາມສະເໝີພາບໃນສັງຄົມ, ຊຸກຍູ້ໃຫ້ທຸກໆຄົນມີຄວາມສະເໝີພາບ, ພະຍາຍາມສ້າງປະເທດໄທໃຫ້ເປັນປະເທດທີ່ໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະ ພັດທະນາແບບຍືນຍົງ.

ທ່ານເສດຖາ ທະວີສິນ ກ່າວຕື່ມວ່າ, ຈະສະເໜີໂຄງຮ່າງບໍລິຫານປະເທດຂອງລັດຖະບານຕໍ່ລັດຖະສະພາໃນວັນທີ 11 ກັນຍານີ້, ເພື່ອກຳນົດເຂັມທິດ ແລະ ເປົ້າໝາຍການບໍລິຫານປະເທດຂອງລັດຖະບານຊຸດໃໝ່ໃນອະນາຄົດ.