ຈັດກອງປະຊຸມລັດຖະມົນຕີບັນດາຝ່າຍທີ່ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືເພື່ອປາບປາບຢາເສບຕິດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 14 ຢ່າງສຳເລັດຜົນ

2023-09-07 11:02:21 CRI

ກອງປະຊຸມລັດຖະມົນຕີບັນດາຝ່າຍທີ່ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືເພື່ອປາບປາບຢາເສບຕິດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 14 ທີ່ລັດຖະບານຈີນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຢ່າງສຳເລັດຜົນໃນວັນທີ 6 ກັນຍານີ້ຢູ່ນະຄອນຫຼວງປັກກິ່ງ.


ກົນໄກບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືເພື່ອປາບປາບຢາເສບຕິດອະນຸພາກພື້ນແມ່ນ້ຳຂອງ ແມ່ນກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ ຮ່ວມກັນສ້າງຕັ້ງຂຶ້ນ ເພື່ອຮັບມືກັບບັນຫາຢາເສບຕິດທີ່ພົ້ນເດັ່ນໃນອະນຸພາກພື້ນແມ່ນ້ຳຂອງ. ການໄຂກອງປະຊຸມຄັ້ງນີ້ພໍດີກົງກັບໂອກາດຄົບຮອບ 30 ປີຂອງການສ້າງຕັ້ງກົນໄກດັ່ງກ່າວ ຈຶ່ງມີຄວາມໝາຍສຳຄັນຕໍ່ການກຳນົດທິດທາງໃນອະນາຄົດຂອງກົນໄກ ແລະ ຊຸກຍູ້ການຮ່ວມມືດ້ານການປາບປາບຢາເສບຕິດໃນພາກພື້ນນີ້. ຄະນະຜູ້ແທນຈາກລັດຖະບານຂອງ 6 ປະເທດດັ່ງກ່າວ, ຜູ້ແທນຈາກອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ ພ້ອມດ້ວຍທູຕານຸທູດຂອງປະເທດທີ່ກ່ຽວຂ້ອງປະຈຳຈີນ ລວມທັງໝົດ 80 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.