ທ່ານຫຼີສຽງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 18

2023-09-08 10:39:21 cri


ຕອນເຊົ້າວັນທີ 7 ກັນຍາ 2023 ຕາມເວລາທ້ອງຖິ່ນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 18 ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

ທ່ານຫຼີສຽງ ຊີ້ໃຫ້ເຫັນວ່າ: ໂດຍຜະເຊີນກັບສະພາບການໃໝ່ ແລະ ສິ່ງທ້າທາຍໃໝ່, ກອງປະຊຸມສຸດຍອດອາຊີຕາເວັນອອກຄວນສືບຕໍ່ຍຶດໝັ້ນຈຸດຢືນຂອງຕົນ, ເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າເພື່ອບັນລຸສະຖຽນລະພາບຢ່າງຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຍາວນານຂອງພາກພື້ນ: ໜຶ່ງ, ເສີມຂະຫຍາຍບົດບາດຊຸກຍູ້ການພັດທະນາໃຫ້ດີກວ່າເກົ່າ, ກະຕຸ້ນພະລັງຊີວິດຂອງການເຕີບໂຕໃນພາກພື້ນ; ສອງ, ເສີມຂະຫຍາຍບົດບາດການສົນທະນາດ້ານຍຸດທະສາດໃຫ້ດີກວ່າເກົ່າ, ເພີ່ມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນລະຫວ່າງຝ່າຍຕ່າງໆ; ສາມ, ເສີມຂະຫຍາຍບົດບາດເປັນແກນນຳຂອງອາຊຽນໃຫ້ດີກວ່າເກົ່າ, ຮ່ວມກັນຊຸກຍູ້ການຮ່ວມມືແບບກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານຫຼີສຽງ ເນັ້ນໜັກວ່າ: ຈີນຈະສືບຕໍ່ຍຶດໝັ້ນນະໂຍບາຍພື້ນຖານທີ່ເປີດປະຕູສູ່ພາຍນອກ, ສືບຕໍ່ແບ່ງປັນໂອກາດພັດທະນາກັບປະເທດຕ່າງໆ. ຍິນດີຕ້ອນຮັບຝ່າຍຕ່າງໆຕັ້ງໜ້າເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3.