ອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມຮ່ວມມືຕ່າງໆຂອງຜູ້ນຳອາຊີຕາເວັນອອກ

2023-09-08 10:40:08 cri


ວັນທີ 7 ກັນຍາ 2023, ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມຮ່ວມມືຕ່າງໆຂອງຜູ້ນຳອາຊີຕາເວັນອອກໄດ້ອັດລົງຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ກ່າວໃນພິທີອັດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ໄດ້ຜ່ານຮັບຮອງເອກະສານໝາກຜົນຕ່າງໆ, ປະເທດສະມາຊິກອາຊຽນຈະສືບຕໍ່ຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກທີ່ສັບສົນ ແລະ ມີການປ່ຽນແປງຫຼາຍ.

ນອກນີ້, ກອງປະຊຸມສຸດຍອດຄັ້ງນີ້ຍັງໄດ້ປະກາດເອກະສານໝາກຜົນຕ່າງໆກ່ຽວກັບການເພີ່ມທະວີການຮ່ວມມືຫຼາຍຝ່າຍໃນຂົງເຂດຕ່າງໆເຊັ່ນ: ການຄ້າເອເລັກໂຕຣນິກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຟ້າ ແລະ ຂົງເຂດອື່ນໆ.