ການຮ່ວມມືລະຫວ່າງຈີນ-ອາຊຽນສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍ

2023-09-08 14:38:26 cri

ວັນທີ 7 ກັນຍານີ້, ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານເກົາກິມຮວນ ເລຂາທິການໃຫຍ່ອາຊຽນກ່າວວ່າ: ຂະບວນການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງພາກພື້ນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ອື່ນໆ ລະຫວ່າງຈີນ-ອາຊຽນ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ແຂງແຮງ ເຊິ່ງຈະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍ.


ທ່ານເກົາກິມຮວນເນັ້ນກ່າວຄວາມນີ້ໃນເວລາໃຫ້ສຳພາດຕໍ່ນັກຂ່າວ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ທ່ານກ່າວວ່າ: “ເປັນເວລາດົນນານມາແລ້ວ, ອາຊຽນ ແລະ ຈີນໄດ້ດຳເນີນການຮ່ວມມືໃນທຸກລະດັບ ແລະ ທຸກຂົງເຂດ ໂດຍຜ່ານຈາກກົນໄກທີ່ກ່ຽວຂ້ອງ ແລະ ໄດ້ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີ. ໃນອະນາຄົດ, ການຮ່ວມມືລະຫວ່າງອາຊຽນ-ຈີນ ຈະຮັກສາທ່ວງທ່າຂະຫຍາຍຕົວຢ່າງແຂງແຮງຄືເກົ່າ.