ທ່ານສີຈິ້ນຜິງຢ້ຽມຢາມບ້ານຫຼົງຫວາງມ້ຽວເມືອງຊ້າງຈື້ນະຄອນຮາບິນແຂວງເຮີຍຫຼົງຈ່ຽງ

2023-09-08 16:36:25 cri



   ຕອນເຊົ້າວັນທີ7ກັນຍາ2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປເຖິງບ້ານຫຼົງຫວາງມ້ຽວເມືອງຊ້າງຈື້ນະຄອນຮາບິນແຂວງເຮີຍຫຼົງຈ່ຽງ ໂດຍເພິ່ນໄດ້ຍ່າງເຂົ້າໄປທົ່ງນາເພື່ອກວດເບິ່ງສະພາບເຂົ້ານາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຍ່າງເລາະຕາມຖະໜົນພາຍໃນບ້ານເພື່ອກວດເບິ່ງສະພາບການສ້ອມແປງສ້າງສາເຮືອນຄືນໃໝ່ ແລະພື້ນຖານໂຄງລ່າງຢູ່ສອງຟາກຖະໜົນທີ່ໄດ້ຮັບຜົນເສຍຫາຍ ພ້ອມທັງໄດ້ໄປຢ້ຽມຢາມຖາມຂ່າວຊາວບ້ານຢູ່ໃນເຮືອນ ເພື່ອຊອກຮູ້ຢ່າງລະອຽດກ່ຽວກັບສະພາບໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແລະການຮັບປະກັນຊີວິດການເປັນຢູ່. ທ່ານສີຈິ້ນຜິງຫວັງໃຫ້ຊາວບ້ານທັງຫຼາຍມີຄວາມໝັ້ນໃຈຢ່າງໜັກແໜ້ນເພື່ອເອົາຊະນະຄວາມຫຍຸ້ງຍາກ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງດ້ານການຜະລິດແລະການດຳລົງຊີວິດໃຫ້ກັບຄືນເປັນປົກກະຕິໂດຍໄວ, ມີຊີວິດການເປັນຢູ່ທີ່ນັບມື້ນັບຈະເລີນຂຶ້ນ.


   ເດືອນສິງຫາປີນີ້, ໂດຍໄດ້ຮັບຜົນກະທົບຈາກລົມພະຍຸໃຕ້ຝຸ່ນດ໋ອກຊູຣີ(Doksuri), ບ້ານຫຼົງຫວາງມ້ຽວໄດ້ປະສົບໄພນ້ຳຖ້ວມຢ່າງຮ້າຍແຮງສົມຄວນ, ເນື້ອທີ່ປູກຝັງຢູ່ໃນບ້ານມີ58,8%ໄດ້ຮັບຜົນເສຍຫາຍ, ເຮືອນປະຊາຊົນຖືກນ້ຳຖ້ວມ 145ຄົວເຮືອນ. ເມືອງຊ້າງຈື້ ທີ່ບ້ານຫຼົງຫວາງມ້ຽວຂຶ້ນກັບນັ້ນໄດ້ປະສົບໄພນ້ຳຖ້ວມຮ້າຍແຮງທີ່ສຸດໃນຮອບກວ່າ50ປີ, ເຮັດໃຫ້ທົ່ວເມືອງມີ17ຕາແສງ,  161ບ້ານ, 23 ເຂດຊຸມຊົນໄດ້ຮັບຜົນກະທົບ, ມີປະຊາຊົນໄດ້ຮັບຜົນກະທົບເຖິງ 28.500 ຄອບຄົວ ຈຳນວນ 79.000 ຄົນ, ເຮືອນປະຊາຊົນໄດ້ຮັບຜົນເສຍຫາຍເຖິງ 4.984 ຄອບຄົວ, ເນື້ອທີ່ປູກພືດພັນທັນຍາຫານໄດ້ຮັບຜົນເສຍຫາຍເຖິງ 27.640 ເຮັກຕາ, ໃນນັ້ນ, ມີ 24.680 ເຮັກຕາ ຜົນຜະລິດຫຼຸດລົງຫຼາຍກວ່າ 30% ເມື່ອທຽບໃສ່ຍາມປົກກະຕິ. ປັດຈຸບັນ, ທ້ອງຖິ່ນດັ່ງກ່າວກຳລັງຊຸກຍູ້ວຽກງານສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດຢ່າງເຕັມຄວາມສາມາດ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານການຜະລິດແລະການດຳລົງຊີວິດພວມເລັ່ງຟື້ນຟູຄືນໃໝ່.