ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

2023-09-08 16:40:09 CRI

 

   ຕອນເຊົ້າວັນທີ 7 ກັນຍານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປບ້ານຫຼົງຫວາງມ້ຽວເມືອງຊ້າງຈື້ນະຄອນຮາບິນແຂວງເຮີຍຫຼົງຈ່ຽງຈີນທີ່ປະສົບກັບໄພນໍ້າຖ້ວມ ເພື່ອຮັບຟັງການລາຍງານວຽກງານຟື້ນຟູ ແລະ ສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດຢູ່ທ້ອງຖິ່ນດັ່ງກ່າວ.


   ໃນໂອກາດນີ້, ທ່ານ ສິຈິ້ນຜິງ ກ່າວຢືນຢັນວ່າ: ຂ້າພະເຈົ້າເປັນຫ່ວງເປັນໃຍທ້ອງຖິ່ນທີ່ປະສົບກັບໄພພິບັດ. ຢູ່ປະເທດຂອງພວກເຮົາ, ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ຍັງຄົງຕ້ອງເສີມຂະຫຍາຍທ່າແຮງລະບອບສັງຄົມນິຍົມຂອງພວກເຮົາ, ນັ້ນກໍຄື, ເມື່ອບ່ອນໃດໜຶ່ງພົບຄວາມຫຍຸ້ງຍາກແລ້ວ, ບ່ອນຕ່າງໆລ້ວນແຕ່ເຂົ້າມາໃຫ້ຄວາມຊ່ວຍເຫຼືອ ແລະ ປະເທດຊາດກໍໃຫ້ການສະໜັບສະໜູນຢ່າງສຸດຄວາມສາມາດຕື່ມອີກ. ຫວັງວ່າວຽກງານກູ້ໄພ ແລະ ສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດຈະປະສົບຜົນສໍາເລັດຢ່າງຈົບງາມ.