ນາຍົກລັດຖະມົນຕີຈີນເຈລະຈາກັບປະທານາທິບໍດີອິນໂດນເຊຍ

2023-09-08 17:15:07 cri

ຕອນເຊົ້າວັນທີ 8 ກັນຍາ 2023 ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ.

ທ່ານຫຼີສຽງ ກ່າວວ່າ: ຈີນຍິນດີຮ່ວມກັບອິນໂດເນເຊຍປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບອັນສຳຄັນຂອງປະມຸກລັດສອງປະເທດ, ເພີ່ມທະວີໃນການຊຸກຍູ້ໃຫ້ຍຸດທະສາດການພັດທະນາຂອງສອງຝ່າຍເຊື່ອມຈອດກັນຕື່ມອີກ, ຊຸກຍູ້ໃຫ້ສອງປະເທດພັດທະນາຮ່ວມກັນ, ເພີ່ມເພີ່ມພະລັງຊຸກດັນໄລຍະຍາວເຂົ້າໃສ່ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ໜຶ່ງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດຢ່າງບໍ່ຢຸດຢັ້ງ, ສ້າງພື້ນຖານການເມືອງທີ່ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຢ່າງໝັ້ນແກ່ນ; ສອງ, ສືບຕໍ່ເປີດກວ້າງການຮ່ວມມືຢ່າງແທ້ຈິງ; ສາມ, ເຮັດໃຫ້ການປະສານສົມທົບກັນໃນຂົງເຂດຫຼາຍຝ່າຍໃກ້ຊິດກວ່າເກົ່າ, ເຮັດໃຫ້ເນື້ອໃນຂອງຍຸກສະໄໝແຫ່ງການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ອິນໂດເນເຊຍສົມບູນຂຶ້ນ.

ທ່ານໂຈໂກ ວິໂດໂດ ກ່າວວ່າ: ອິນໂດເນເຊຍຂອບໃຈນຳຈີນທີ່ເດັດດ່ຽວສະໜັບສະໜູນປະເທດຕົນເສີມຂະຫຍາຍບົດບາດເປັນປະເທດປະທານໝູນວຽນອາຊຽນ, ສະໜັບສະໜູນການຮັກສາຖານະໃຈກາງຂອງອາຊຽນ. ອິນໂດເນເຊຍຍຶດໝັ້ນຫຼັກການປະເທດຈີນດຽວ, ຍິນດີເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່.

ໃນໄລຍະຢ້ຽມຢາມ, ສອງຝ່າຍໄດ້ເຊັນເອກະສານຮ່ວມມືສອງຝ່າຍຫຼາຍສະບັບກ່ຽວກັບຂົງເຂດຕ່າງໆເຊັ່ນ: ອຸດສາຫະກຳ, ກະສິກຳ, ການປະມົງ, ການຄ້າເອເລັກໂຕຣນິກ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະອື່ນໆ.