ນາຍົກຈີນສຳຫຼວດໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2023-09-08 11:03:52 cri

ຕອນບ່າຍວັນທີ 6 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນທີ່ກຳລັງຢ້ຽມຢາມອິນໂດເນເຊຍ ໄດ້ໄປສຳຫຼວດໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ເປັນໂຄງການຮ່ວມມືຈີນ-ອິນໂດເນເຊຍ.

ທ່ານຫຼີສຽງກ່າວວ່າ: ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນເສັ້ນທາງແຫ່ງການເຊື່ອມໂຍງເຂົ້າກັນ, ການເປີດກວ້າງ ແລະ ການບັນລຸຄວາມຮັ່ງມີຮ່ວມກັນ ເຊິ່ງບໍ່ພຽງແຕ່ໄດ້ຫຼຸດເວລາການເດີນທາງ ແລະ ໄລຍະທາງລະຫວ່າງຕົວເມືອງຕ່າງໆເທົ່ານັ້ນ, ຍັງຈະຊຸກຍູ້ການປັບປຸງ ແລະ ຍົກລະດັບໂຄງປະກອບຂອງຂະແໜງການ ແລະ ເສີມສ້າງຄວາມສາມາດໃຫ້ກັບການພັດທະນາເສດຖະກິດຢູ່ລຽບຕາມເສັ້ນທາງຕື່ມອີກ. ຈີນຍິນດີແບ່ງປັນປະສົບການທີ່ສຸກງອມກັບອິນໂດເນເຊຍ ເພື່ອຮ່ວມກັນສ້າງທາງລົດໄຟຄວາມໄວສູງທີ່ນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ກັບຂະແໜງການ ແລະ ຕົວເມືອງ.

ທ່ານຫຼີສຽງຊີ້ອອກວ່າ: ຈີນ ແລະ ອິນໂດເນເຊຍມີຄວາມຕາບຈູນກັນດ້ານເສດຖະກິດຢ່າງຫຼວງຫຼາຍ ແລະ ການຮ່ວມມືຕົວຈິງມີກຳລັງແຮງບົ່ມຊ້ອນຢ່າງຫຼວງຫຼາຍ. ສອງປະເທດຕ້ອງທຳຄວາມພະຍາຍາມຕໍ່ໄປ ເພື່ອສືບຕໍ່ເປັນຜູ້ນຳໜ້າໃນການຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢູ່ພາກພື້ນ, ຊຸກຍູ້ການສ້າງສາຍພົວພັນຮ່ວມຊາຕາກຳຈີນ-ອິນໂດເນເຊຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນຄວາມຜາສຸກຂອງປະຊາຊົນສອງປະເທດ ກໍຄືການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.