ທ່ານສີຈິ້ນຜິງສະເໜີແຜນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຢ່າງຮອບດ້ານ

2023-09-10 15:54:24 CRI

 

ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຮີ່ຍໂຫຼງຈ່ຽງທາງພາກຕາເວັນອອກສຽງເໜືອຂອງຈີນ, ແລະໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບຊຸກຍູ້ການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຢ່າງຮອບດ້ານໃນຍຸກໃໝ່, ໂດຍໄດ້ສະເໜີທິດທາງ ຊ່ອງທາງ ແລະ ວິທີການພັດທະນາພາກຕາເວັນອອກສຽງເໜືອຈີນໃຫ້ຈະເລີນຢ່າງຮອບດ້ານ.


 

ອີງໃສ່ເງື່ອນໄຂທຳມະຊາດທີ່ດີ, ພື້ນຖານອຸດສາຫະກຳທີ່ແໜ້ນໜາ, ແລະທ່າແຮງພູມສາດທີ່ເປັນເອກະລັກຂອງພາກຕາເວັນອອກສຽງເໜືອຈີນ, ທ່ານສີຈິ້ນຜິງເຫັນວ່າ, ພາກຕາເວັນອອກສຽງເໜືອຈີນມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ. ໃນໄລຍະ 10 ປີຜ່ານມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປພາກຕາເວັນອອກສຽງເໜືອ 10 ເທື່ອ, ເພື່ອວາງແຜນພັດທະນາພາກຕາເວັນອອກສຽງເໜືອຈີນໃຫ້ຈະເລີນຢ່າງຮອບດ້ານ.


 

ໃນກອງປະຊຸມສົນທະນາຄັ້ງນີ້, ທ່ານສີຈິ້ນຜິງສະເໜີວ່າ, ໃນການຊຸກຍູ້ຄວາມທັນສະໄໝແບບຈີນ, ຕ້ອງເພີ່ມທະວີບົດບາດຄ້ຳຊູດ້ານຍຸດທະສາດຂອງພາກຕາເວັນອອກສຽງເໜືອ. ໃນນັ້ນ, ພື້ນຖານແມ່ນຂຶ້ນຢູ່ກັບເສດຖະກິດຮູບປະທຳ, ຂໍກຸນແຈສຳຄັນແມ່ນຂຶ້ນຢູ່ກັບການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ທິດທາງແມ່ນຍົກລະດັບອຸດສາຫະກຳ, ເຊິ່ງສ່ອງແສງໃຫ້ເຫັນເຖິງແນວຄິດເສດຖະກິດຂອງທ່ານສີຈິ້ນຜິງ. ທ່ານຍັງໄດ້ວາງແຜນຢ່າງເປັນຮູບປະທຳກ່ຽວກັບການສ້າງລະບົບອຸດສາຫະກຳແບບທັນສະໄໝ, ຊຸກຍູ້ການຫັນເປັນທັນສະໄໝຂອງກະສິກຳ ແລະ ຊົນນະບົດ, ແລະ ເລັ່ງລັດສ້າງລະບົບພື້ນຖານໂຄງລ່າງແບບທັນສະໄໝ.

 

ນອກນີ້, ທ່ານສີຈິ້ນຜິງຍັງໄດ້ເນັ້ນໜັກເຖິງການຍົກລະດັບຄຸນນະພາບຂອງພົນລະເມືອງໂດຍລວມ, ຄ້ຳຊູການພັດທະນາພາກຕາເວັນອອກສຽງເໜືອຈີນໃຫ້ຈະເລີນຢ່າງຮອບດ້ານດ້ວຍການພັດທະນາພົນລະເມືອງດ້ວຍຄຸນນະພາບສູງ.