ທ່ານ ສີຈິ້ນຜິງ ສະແດງຄວາມຄວາມຢື້ຢາມຖາມຂ່າວ ແລະ ສົ່ງຄໍາອວຍພອນໄປຍັງຄູອາຈານ ແລະ ຜູ້ເຮັດວຽກໃນຂົງເຂດການສຶກສາໃນທົ່ວປະເທດເນື່ອງໃນໂອກາດວັນຄູຈີນ

2023-09-10 14:17:00 CRI

   ກອງປະຊຸມສົນທະນາຂອງຜູ້ຕາງໜ້າຄູອາຈານດີເດັ່ນໃນທົ່ວປະເທດຈີນໄດ້ໄຂຂຶ້ນເມື່ອວັນທີ 9 ກັນຍານີ້ຢູ່ນະຄອນຫຼວງປັກກິ່ງ. ໃນໂອກາດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງຜູ້ຕາງໜ້າຄູອາຈານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍໄດ້ຕາງໜ້າສູນກາງພັກ ສະແດງຄວາມຢື້ຢາມຖາມຂ່າວ ແລະ ສົ່ງຄໍາອວຍພອນອັນປະເສີດມາຍັງຄູອາຈານ ແລະ ຜູ້ເຮັດວຽກໃນຂົງເຂດການສຶກສາໃນທົ່ວປະເທດເນື່ອງໃນໂອກາດວັນຄູຈີນທີ່ຈະມາເຖິງຄົບຮອບ 39 ປີ.


   ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ນັບແຕ່ໃດມາ, ບັນດາຄູອາຈານໃນທົ່ວປະເທດທີ່ມີພວກທ່ານເປັນຜູ້ຕາງໜ້ານັ້ນ ໄດ້ຈັດຕັ້ງຜັນຂະຫຍາຍທິດທາງດ້ານການສຶກສາຂອງພັກຢ່າງຕັ້ງໜ້າ, ໄດ້ສຶກສາອົບຮົມ, ຫຼໍ່ຫຼອມກົກຮາກ ແລະ ຈິດວິນຍານຂອງປະຊາຊົນ ໂດຍໄດ້ອົບຮົມສ້າງຜູ້ກໍ່ສ້າງກໍຄືຜູ້ສືບທອດພາລະກິດສັງຄົມນິຍົມທີ່ມີການພັດທະນາຕົນເອງຄົບ 5 ດ້ານຄື: ດ້ານຄຸນສົມບັດ, ປັນຍາ, ກາຍຍະ, ສິລະປະ ແລະ ແຮງງານ ເປັນຮຸ່ນຕໍ່ຮຸ່ນ, ໄດ້ອົບຮົມສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ສາມາດແບກຫາບພາລະກິດທີ່ຍິ່ງໃຫຍ່ເປັນຈໍານວນຫຼວງຫຼາຍ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາປະເທດຊາດກໍຄືຄວາມຈະເລີນຮຸ່ງເຮືອງຂອງຊົນຊາດນໍາອີກ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈນັກການສຶກສາທີ່ມີເອກະລັກສະເພາະຂອງຈີນ.


   ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ບົນຂະບວນການໃໝ່, ຫວັງວ່າພວກທ່ານພ້ອມດ້ວຍບັນດາຄູອາຈານໃນທົ່ວປະເທດຈະຖືນັກການສຶກສາເປັນແບບຢ່າງທີ່ດີ, ອອກແຮງສົ່ງເສີມຈິດໃຈນັກການສຶກສາ, ຈົດຈໍາອຸດົມການໃນຫົວທີທີ່ອົບຮົມສ້າງຊັບພະຍາກອນມະນຸດເພື່ອພັກ ແລະ ປະເທດຊາດ, ເຊີດຊູອຸດົມການແຫ່ງການເຮັດວຽກໃນຂົງເຂດການສຶກສາເພື່ອປະກອບສ່ວນເຂົ້າໃນການສ້າງປະເທດຊາດໃຫ້ເຂັ້ມແຂງ, ມີຄວາມໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດສ້າງສາປະເທດຊາດໃຫ້ເຂັ້ມແຂງກໍຄືພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.